ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ: ບັນ​ດາ​ລັດ​ວິ​ສາ​ຫະ​ກິດ ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ ແລະ ບືນ​ຕົວ​​ຂຶ້ນ​ແກ້​ງ​ແຍ້ງ​ກັບ​ສາ​ກົນ

(VOVWORLD) -  ຕອນເຊົ້າວັນທີ 10 ຕຸລາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ພົບປະກັບການນຳລັດວິສາຫະກິດທີ່ມີຜົນງານຢ່າງດີເດັ່ນໃນການເຄື່ອນໄຫວຜະລິດດຳເນີນທຸລະກິດ ແລະ ກໍ່ສ້າງພັກ.
ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ: ບັນ​ດາ​ລັດ​ວິ​ສາ​ຫະ​ກິດ ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ ແລະ ບືນ​ຕົວ​​ຂຶ້ນ​ແກ້​ງ​ແຍ້ງ​ກັບ​ສາ​ກົນ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ການພົບປະ (ພາບ: TTXVN)

ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຮຽກຮ້ອງໃຫ້ ຄະນະພັກກຸ່ມວິສາຫະກິດສູນກາງ ຈົ່ງຊີ້ນຳປະຕິບັດວຽກງານກໍ່ສ້າງພັກໃຫ້ເປັນຢ່າງດີ. ບັນດາກຸ່ມບໍລິສັດ, ວິສາຫະກິດຄົ້ນຄວ້າ, ໄຈ້ແຍກສະພາບການພາຍໃນປະເທດ ແລະ ສາກົນ, ຍົກອອກຄາດຄະເນທີ່ໃກ້ຊິດກັບສະພາບການຕົວຈິງ ເພື່ອຍາດແຍ່ງກາລະໂອກາດ, ຫຼຸດຜ່ອນຄວາມສ່ຽງຈາກສິ່ງທ້າທາຍ, ຍົກສູງປະສິດທິຜົນການເຄື່ອນໄຫວດຳເນີນທຸລະກິດ. ພິເສດ, ຕ້ອງນຳໜ້າໃນການຄົ້ນຄວ້າພັດທະນາ ແລະ ປ່ຽນໃໝ່ເຕັກໂນໂລຢີ, ເປັນເຈົ້າການເຊື່ອມໂຍງ ແລະ ບືນຕົວຂຶ້ນແກ້ງແຍ້ງກັບສາກົນ.


ຕອບກັບ

ຂ່າວ/ບົດ​ອື່ນ