ທ່ານປະທານປະເທດຫວຽດນາມອວຍພອນຄູ-ອາຈານ ແລະ ນັກຮຽນ-ນັກສຶກສາທົ່ວປະເທດ ເນື່ອງໃນໂອກາດສົກຮຽນໃໝ່

(VOVWORLD) - ເນື້ອໃນສານ, ທ່ານປະທານປະເທດໄດ້ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມສູ້ຊົນ ແລະ ຊົມເຊີຍບັນດາໝາກຜົນ, ຜົນງານເຊິ່ງຂະແໜງສຶກສາບັນລຸໄດ້ໃນສົກຮຽນຜ່ານມາຢ່າງສຸດໃຈ.
ທ່ານປະທານປະເທດຫວຽດນາມອວຍພອນຄູ-ອາຈານ ແລະ ນັກຮຽນ-ນັກສຶກສາທົ່ວປະເທດ ເນື່ອງໃນໂອກາດສົກຮຽນໃໝ່ - ảnh 1 ຈົດໝາຍຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ

ວັນທີ 31 ສິງຫາ, ທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ໄດ້ສົ່ງສານອວຍພອນສົກຮຽນໃໝ່ ເຖິງຄູ-ອາຈານ, ພະນັກງານ, ລັດຖະກອນ, ພາລະກອນ, ຜູ້ອອກແຮງງານໃນຂະແໜງການສຶກສາ, ບັນດາພໍ່ແມ່ນັກຮຽນ ແລະ ບັນດານ້ອງນັກຮຽນ-ນັກສຶກສາ. ເນື້ອໃນສານ, ທ່ານປະທານປະເທດໄດ້ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມສູ້ຊົນ ແລະ ຊົມເຊີຍບັນດາໝາກຜົນ, ຜົນງານເຊິ່ງຂະແໜງສຶກສາບັນລຸໄດ້ໃນສົກຮຽນຜ່ານມາຢ່າງສຸດໃຈ. ກ້າວເຂົ້າສົກຮຽນໃໝ່, ທ່ານປະທານປະເທດຫວຽດນາມ ຮຽກຮ້ອງໃຫ້ຂະແໜງສຶກສາ ຄວນເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ສືບຕໍ່ຜັນຂະຫຍາຍບັນດາໜ້າທີ່, ມາດຕະການປ່ຽນແປງໃໝ່ການສຶກສາ ແລະ ບຳລຸງສ້າງຢ່າງຄົບຊຸດ ແລະ ຮອບດ້ານໂດຍພື້ນຖານ, ຕອບສະໜອງຄວາມຮຽກຮ້ອງຕ້ອງການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງເປັນຢ່າງດີທີ່ສຸດ, ຮັບໃຊ້ພາລະກິດຫັນປະເທດເປັນປະເທດອຸດສາຫະກຳ, ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນ. ທ່ານປະທານປະເທດ ເຈິ່ນດ້າຍກວາງ ປາຖະໜາວ່າ ບັນດາຄູ-ອາຈານ ຈະຮັກສາແປວໄຟແຫ່ງຄວາມເມົາມົວກັບພາລະກິດການສຶກສາ, ປ່ຽນແປງໃໝ່, ມີຫົວຄິດປະດິດສ້າງໃນການຮຽນ-ການສອນຢ່າງບໍ່ຢຸດຢັ້ງ; ບັນດານ້ອງນັກຮຽນ-ນັກສຶກສາຈະເສີມຂະຫຍາຍມູນເຊື້ອຄວາມມັກຮັກການຮ່ຳຮຽນ, ບຳລຸງຫຼໍ່ລ້ຽງ, ມີເຈດຈຳນົງບືນຕົວຂຶ້ນ, ແຂ່ງຂັນກັນຮຽນດີຮຽນເກັ່ງ, ຝຶກຝົນຫຼໍ່ຫຼອມເປັນຢ່າງດີ ເພື່ອອຸທິດຕົນໃຫ້ແກ່ປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ