ທ່ານປະທານປະເທດຫວຽດນາມເຈືອງເຕີນຊາງຕ້ອນຮັບຄະນະການນຳຝ່າຍສ່ວນຫນ້ອຍຢູ່ສະພາຕ່ຳອາເມລິກາ

ທ່ານປະທານປະເທດຫວຽດນາມເຈືອງເຕີນຊາງຕ້ອນຮັບຄະນະການນຳຝ່າຍສ່ວນຫນ້ອຍຢູ່ສະພາຕ່ຳອາເມລິກາ - ảnh 1
ທ່ານ​ປະ​ທານ​ປ​ະ​ເທດ ເຈືອງ​ເຕີນ​ຊາງ ຕ້ອນ​ຮັບ
ທ່ານ​ນາງ Nancy Pelosi

(vovworld)- ​ຕອນ​ບ່າຍ​ວັນ​ທີ 31/3, ຢູ່​ທຳ​ນຽບ​ປະ​ທານ​ປະ​ເທດ, ທ່ານ​ປະ​ທານ​ປ​ະ​ເທດ ເຈືອງ​ເຕີນ​ຊາງ ໄດ້​ຕ້ອນ​ຮັບ​ຄະ​ນະ​ສະ​ມາ​ຊິກ​​ສະ​ພາ​ຕ່ຳ ອາ​ເມ​ລິ​ກາ ໂດຍ​ທ່ານ​ນາງ Nancy Pelosi, ການ​ນຳ​ຝ່າຍ​ສ່ວນ​ຫນ້ອຍ​ຢູ່​ສະ​ພາ​ຕ່ຳ​ອາ​ເມ​ລິ​ກາ ​ນຳ​ຫນ້າ ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ສະ​ເຫນີ​ທ່ານ​ນາງ Nancy Pelosi ແລະ ບັນ​ດາ​ສະ​ມາ​ຊິກ​ສະ​ພາຕ່ຳ  ດ້ວຍ​ບົດ​ບາດ ແລະ ຜົນ​ສະ​ທ້ອນ​ຂອງ​ຕົນ​ຢູ່​ສະ​ພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ສືບ​ຕໍ່​ສະ​ຫນັບ​ສະ​ຫນູນ​ເລື່ອງ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມມ​ື​ຮອບ​ດ້ານ ຫວຽດ​ນາມ - ອາ​ເມ​ລິ​ກາ, ໃນ​ນັ້ນ ຈຸດ​ສຸມ​ແມ່ນ​ເພີ່ມ​ທະ​ວີ​ການ​ແລ​ກ​ປ່ຽນ​ຄະ​ນະ​ຜູ​້​ແທນ​ຂັ້ນ​ສູງ, ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ການ​ຄ້າ ການ​ລົງ​ທຶນ​ສອງ​ຝ່າຍ, ສິ້ນ​ສຸດ​ການ​ເຈ​ລະ​ຈາ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟີກ (TPP) ໂດ​ຍ​ໄວ ແລະ ຍົກ​ເລີກ​ບັນ​ດາ​ຮົ້ວ​ກີດ​ຂວາງ​ດ້ານ​ການ​ຄ້າ, ຍ​ູ້​ແຮງ​ການ​ຮ່ວມ​ມື​ມະ​ນຸດ​ສະ​ທຳ ແລະ ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ສົງ​ຄາມ. ທ່ານ​ນາງ Nancy Pelosi ຢືນ​ຢັນ: ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ຕ່ຳ​ ສະ​ຫນັບ​ສະ​ຫນູນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ແລະ ຖື​ວ່າ: ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ​້ອນ​​ພັດ​ທະ​ນາຫລາຍ​ຢ່າງ​ ແລະ ນີ້​ແມ່ນ​ຈຸດ​ເວ​ລາ​ເໝາ​ະ​ສົມ​ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ກວ່າ​ອີກ.

        ກ່ອນຫນ້ານັ້ນ, ທີ່​ການ​ຕ້ອນ​ຮັບ​ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ຕ່ຳ ອ​າ​ເມ​ລິ​ກາ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບີງ​ມີງ ຢືນ​ຢັນ: ຫວຽດ​ນາມ ຖື​ການ​ພົວ​ພັນ​ກັບ ອາ​ເມ​ລິ​ກາ ເປັນ​ສຳ​ຄັນ ແລະ ຖື​ອາ​ເມ​ລິ​ກາ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ຕົ້ນ​ຕໍ.

 

ຂ່າວ/ບົດ​ອື່ນ