ທ່ານປະທານປະເທດເຈິນດ້າຍກວາງ ຊົມເຊີຍບັນດາຂໍ້ລິເລີ່ມພັດທະນາຂອງອິນເດຍ

(VOVWORLD) -ໃນວັນທີ 28 ກຸມພາ, ສຳນັກງານຂ່າວສານ PTI ຂອງ ອິນເດຍໄດ້ລົງບົດສຳພາດທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ກ່ອນການເດີນທາງໄປຢ້ຽມຢາມທາງລັດຖະກິດຢູ່ປະເທດ ສາທາລະນະລັດອິນເດຍ ລະຫວ່າງວັນທີ 02 – 04/03 ນີ້.

 ໃນນັ້ນ, ທ່ານປະທານປະເທດເຈິີນດ້າຍກວາງ ໄດ້ຢັ້ງຢືນວ່າ ຫວຽດນາມສະໜັບສະໜຸນການເພີ່ມທະວີການພົວພັນດ້ານການຄ້າ ກໍຄືການຊຸກຍູ້ການເຄື່ອນໄຫວເຊື່ອມຕໍ່ການເດີນທາງທະເລ ແລະ ທາງອາກາດລະຫວ່າງສອງປະເທດ.

      ທ່ານປະທານປະເທດເຈີນດ້າຍກວາງກໍໄດ້ຕີລາຄາສອງປະເທດອິນເດຍ ແລະ ຫວຽດນາມລ້ວນແຕ່ມີທີ່ຕັ້ງຍຸດທະສາດໃນພາກພື້ນອາຊີໃຕ້ ແລະ ອີຊີຕາເວັນອອກສ່ຽງໃຕ້ ແລະ ນີ້ກໍແມ່ນຄວາມສາມາດບົ່ມຊ້ອນພື້ນຖານ ເພື່ອໃຫ້ສອງປະເທດຊຸກຍູ້ການພົວພັນຮ່ວມມືໃນຫຼາຍຂົງເຂດ.

ສຳລັບການຮ່ວມມືດ້ານການຄ້າລະຫວ່າງສອງປະເທດ, ທ່ານປະທານປະເທດເຈີນດ້າຍກວາງ ໄດ້ຍົກອອກມາດຕະການ ເພື່ອໃຫ້ສອງປະເທດສາມາດບັນລຸໄດ້ຄາດໝາຍ, ສູ້ຊົນຮອດປີ 2020 ນຳຍອດມຸນຄ່າວົງເງິນການຄ້າສອງຝ່າຍຂຶ້ນ 15 ຕື້ ໂດລາສະຫະລັດ, ນັ້ນແມ່ນການຍູ້ແຮງການລົງທຶນເຂົ້າໃນບັນດາຂະແໜງການທີ່ອິນເດຍມີທ່າແຮງ ແລະເໝາະສົມກັບຄວາມຕ້ອງການຂອງຫວຽດນາມ.

ຕາມ PTI ແລ້ວ, ທ່ານປະທານປະເທດເຈີນດ້າຍກວາງຖືວ່າ ສອງປະເທດສາມາດຊຸກຍູ້ການຮ່ວມມືໃນຂະແໜງການຜະລິດ, ການປະດິດສ້າງ, ພັດທະນາພື້ນ ຖານໂຄງລ່າງ, ພະລັງງານຜະລິດຄືນໃໝ່, ເຕັກໂນໂລຢີຂໍ້ມູນຂ່າວສານ... ແລະ ໝູນໃຊ້ເຕັກໂນໂລຢີໃໝ່ຄື ເຕັກໂນໂລຢີຊີວະພາບ , ການກະສິກຳຂຽວ, ເຕັກໂນໂລຢີນາໂນ ແລະ ອື່ນໆ. ທ່ານປະທານປະເທດເຈີນດ້າຍກວາງ ຊົມເຊີຍບັນດາຂໍ້ລິເລີ່ມຂອງອິນເດຍຄື “ Make in India”, “Digital India” “100 Smart Cities” ... ແລະ ຖືວ່າ ບັນດາຜົນງານທີ່ອິນເດຍບັນລຸໄດ້ໃນວິວັດການພັດທະນາພື້ນຖານເສດຖະກິດພູມປັນຍາ ຈະເປີດກາລະໂອກາດການຮ່ວມມື, ການລົງທຶນ ແລະ ການດຳເນີນທຸລະກິດໃຫ້ແກ່ບັນດາວິສາຫະກິດຂອງທັງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ