ທ່ານປະທານປະເທດເຈີ່ນດ້າຍກວາງຕ້ອນຮັບຮອງນາຍົກລັດຖະມົນຕີເບລາຣຸດ

(VOVWORLD) -ຕອນບ່າຍວັນທີ 28 ມີນາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີສ.ເບລາຣຸດ Vladimir Semashko, ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.
ທ່ານປະທານປະເທດເຈີ່ນດ້າຍກວາງຕ້ອນຮັບຮອງນາຍົກລັດຖະມົນຕີເບລາຣຸດ - ảnh 1 (ທ່ານປະທານປະເທດເຈີ່ນດ້າຍກວາງຕ້ອນຮັບຮອງນາຍົກລັດຖະມົນຕີເບລາຣຸດ)

ທ່ານປະທານປະເທດເນັ້ນໜັກວ່າ, ຫວຽດນາມ ຊົມເຊີຍ ແລະ ປາດຖະໜາຢາກໄດ້ຮັບບັນດາແຫຼ່ງທຶນຈາກເບລາຣຸດ, ໂດຍສະເພາະແມ່ນບັນດາຂົງເຂດເຊິ່ງເບລາຣຸດ ມີທ່າແຮງຄື: ຜະລິດລົດໂອໂຕ, ເຄື່ອງອາໄຫຼ່ລົດໂອໂຕ, ກົນຈັກ… ຫວຽດນາມ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດເບລາຣຸດ ຮ່ວມມື, ລົງທຶນ, ດຳເນີນທຸລະກິດຢ່າງມີປະສິດທິຜົນ, ໝັ້ນຄົງຍາວນານຕິດພັນກັບການພັດທະນາແບບຍືນຍົງຂອງຫວຽດນາມ. ທ່ານປະທານປະເທດຖືວ່າ, ໃນໄລຍະຈະມາເຖິງ, 2 ຝ່າຍກໍ່ຄວນເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕໍ່ສູ້, ປ້ອງກັນ ຕ້ານອາດຊະຍາກຳຂ້າມຊາດ, ສະໜັບສະໜູນເຊິ່ງກັນ ແລະ ກັນບົນເວທີປາໄສສາກົນ.

        ສ່ວນທ່ານຮອງນາຍົກລັດຖະມົນຕີເບລາຣຸດ Vladimir Semashko ໃຫ້ຮູ້ວ່າ ການຢ້ຽມຢາມຄັ້ງນີ້ແມ່ນເພື່ອແນໃສ່ຕີລາຄາບັນດາຜົນງານໃນການພົວພັນຮ່ວມມືລະຫວ່າງ 2 ປະເທດ, ຖືວ່າ, ພື້ນຖານເສດຖະກິດຫວຽດນາມ ແລະ ເບລາຣຸດ ມີລັກສະນະເພີ່ມເຕີ່ມໃຫ້ກັນ ແລະ ສິ່ງດັ່ງກ່າວຈະປະກອບສ່ວນຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດສັງຄົມຂອງແຕ່ລະປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ