ທ່ານປະທານປະເທດເຈິ່ນດ້າຍກວາງໃຫ້ການຕ້ອນຮັບລັດຖະມົນຕີຜູ້ວ່າການເຂດWallonie

ທ່ານປະທານປະເທດເຈິ່ນດ້າຍກວາງໃຫ້ການຕ້ອນຮັບລັດຖະມົນຕີຜູ້ວ່າການເຂດWallonie - ảnh 1
ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ຕ້ອນຮັບ
ທ່ານ Rudy Demotte ​ລັດຖະມົນຕີ, ຜູ້​ວ່າການ​ເຂດ Wallonie Bruxelles


(vovworld) – ຕ​ອນບ່າຍ​ວັນ​ທີ 13/09 ຢູ່ ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ​​ໄດ້​ໃຫ້ການ​ຕ້ອນຮັບທ່ານ Rudy Demotte ​ລັດຖະມົນຕີ, ຜູ້​ວ່າການ​ເຂດ Wallonie Bruxelles ປະ​ເທດ ​ແບນ​ຊິກ, ທີ່​ພວມ​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຕີ​ລາຄາ​ສູງ​ເລື່ອງ​​ເຂດ ​​ ​ Wallonie Bruxelles ຖື​ເປັນ​ສຳຄັນ​ການ​ຮ່ວມ​ມື​ກັບ ຫວຽດນາມ ​ແລະ ​ເລືອກ​ ຫວຽດນາມ ​ເປັນ​ປະ​ເທດໜຶ່ງດຽວຢູ່ ອາຊີ ມີ​ຫ້ອງການ​ຕາງໜ້າ. ພ້ອມ​ທັງ​ປາດ​ຖະໜາ​ວ່າ Wallonie Bruxelles ຈະສືບ​ຕໍ່​ໜູນ​ຊ່ວຍ​ພັດທະນາ​ໃຫ້​ແກ່ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ​ປະທານ​ປະ​ເທດ ສະ​ເໜີ​ບັນດາ​ວິ​ສາ​ຫະກິດ​ຂອງ Wallonie Bruxelles ຊອກ​ຮູ້​ກາລະ​ໂອກາດ​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ຢູ່ ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ເຊິ່ງ 2 ຝ່າຍ​ມີ​ທ່າ​ແຮງ ​ແລະ ມີ​ຄວາມ​ຕ້ອງການ​ຄື: ​ເຕັກ​ໂນ​ໂລ​ຢີຊີວະ​ພາບ, ພະລັງງານ​ຜະລິດ​ຄືນ​ໃໝ່, ກົນ​ຈັກ…ພິ​ເສດ​ແມ່​ນສ້າງ​ເງື່ອນ​ໄຂ​ ຮ່ວມ​ມື​ລະຫວ່າງ​ບັນ​ດາ​ທ້ອງ​ຖິ່ນ 2 ຝ່າຍ.

        ສວ່ນທ່ານ Rudy Demotte ​ໃຫ້​ຮູ້​ວ່າ: ຈຸດ​ພົ້ນ​ເດັ່ນ​ໃນ​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ​ Wallonie Bruxelles ​ໃນ​ໄລຍະ​ຜ່ານ​ມາ ​ແມ່ນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ຄົ້ນຄວ້າ, ສຶກສາ - ບຳລຸງ​ສ​້າງ, ພິ​ເສດ​ແມ່ນການ​ກໍ່ ສ້າງດ້ວຍ​ຄຸນ​ນະພາ​ບສູງ. ທ່ານ Rudy Demotte ປາດ​ຖະໜາ​ວ່າ ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້ 2 ຝ່າຍ​ຈະ​ຍູ້​​ແຮງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເຊິ່ງ Wallonie Bruxelles ມີ​ທ່າ​ແຮງ​ຄື: ສາທາລະນະ​ສຸກ, ສະພາບ​ແວດ​ລ້ອມ, ບຳລຸງ​ສ້າງ ​ແລະ ການທ່ອງທ່ຽວ ​ແລະ ທ່ານ​ກໍ່​ຍັງ​ໃຫ້​ຮູ້​ຕື່ມ​ອີກ​ວ່າ ຫວຽດນາມ ຍາມ​ໃດ​ກໍ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ຂອງ​ເຂດ Wallonie Bruxelles ​ໃນ​ພາກ​ພື້ນ ອາຊີ ​ແລະ ​ເຊື່ອ​ໝັ້ນ​ວ່າ: ດ້ວຍ​ບົດ​ບາດ ​ແລະ ທີ່​ຕັ້ງ​ຂອງ​ຕົນ ຈະ​ມີ​ການ​ປະກອບ​ສວ່ນຫລາຍ​ກ່ວາ​ອີກ​ໃນ​ການ​ພັດທະນາ​ລວມຂອງ​ປະຊາ​ຄົມ​ໃຊ້​ພາສາ ຝະລັ່ງ.


ຂ່າວ/ບົດ​ອື່ນ