ທ່ານປະທານປະເທດເຈືອງເຕີ໋ນຊາງມອບຂໍ້ຕົກລົງເລື່ອນຊັ້ນໃຫ້ບັນດານາຍທະຫານ

ທ່ານປະທານປະເທດເຈືອງເຕີ໋ນຊາງມອບຂໍ້ຕົກລົງເລື່ອນຊັ້ນໃຫ້ບັນດານາຍທະຫານ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ມອບ​ຂໍ​ຕົກລົງ​ເລື່ອນ​ຊັ້ນ
ໃຫ້ເທ່ານ ບຸ​ຍກວາງ​ເບ່ນ ​ແລະ  ທ່ານ ​ເຟືອງ​ມິ​ງຮ່ວາ

(ພາບ: congan.com.vn)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 23/7, ຢູ່​ຮ່າ​ໂນ້ຍ, ຫ້ອງ​ວ່າ​ການ​ປະທານ​ປະ​ເທດ​ຈັດ​ຕັ້ງ​ພິທີ​ປະກາດ ​ແລະ ມອບ​ຂໍ​ຕົກລົງ​ເລື່ອນ​ຊັ້ນຈາກພົນ​ຕີຂຶ້ນພົນ​ໂທ​ສຳລັບ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຕຳຫລວດ​ທ່ານ ບຸ​ຍກວາງ​ເບ່ນ ​ແລະ ຮອງ​ຫົວໜ້າ​ກົມ​ໃຫຍ່​ການ​ເມືອງ​ກອງທັບ​ປະຊາຊົນ ຫວຽດນາມ ທ່ານ ​ເຟືອງ​ມິ​ງຮ່ວາ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ​ໄດ້ມອບ​ຂໍ້​ຕົກລົງ​ນີ້. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ປະທານ​ປະ​ເທດ ​ເນັ້ນ​ໜັກ​ວ່າ: ນີ້​ແມ່ນ​ຄວາມ​ເປັນ​ກຽດ​ຂອງ​ນາຍ​ພົນ 2 ຄົນ ​ແລະ ​ແມ່ນ​ຄວາມ​ພາກພູມ​ໃຈ​ລວມຂອງ​ກຳລັງ​ປະກອບ​ອາວຸດ ຫວຽດນາມ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ຮຽກຮ້ອງ ພົນ​ໂທ ບຸ​ຍກວາງ​ເບ່ນ ​ແລະ ພົນ​ໂທ ເຟືອງ​ມິ​ງຮ່ວາ ສຸດ​ຈິດ​ສຸ​ດໃຈຮັບ​ໃຊ້​ປະ​ເທດ​ຊາດ, ຮັບ​ໃຊ້​ປະຊາຊົນ, ສູ້​ຊົນ​ປະຕິບັດສຳ​ເລັດ​ທຸກ​ໜ້າ​ທີ່ ຊຶ່ງ​ພັກ, ລັດ ​ແລະ ປະຊາຊົນ​​ໄດ້ມອບ​ໃຫ້​.

ຂ່າວ/ບົດ​ອື່ນ