ທ່ານປະທານປະເທດເຈືອງເຕີນຊາງເປັນປະທານກອງປະຊຸມຄັ້ງທີ25ຄະນະຊີ້ນຳການປະຕິຮູບຕຸລາການສູນກາງ

ທ່ານປະທານປະເທດເຈືອງເຕີນຊາງເປັນປະທານກອງປະຊຸມຄັ້ງທີ25ຄະນະຊີ້ນຳການປະຕິຮູບຕຸລາການສູນກາງ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ
ພາບ:cand.com

 (vovworld)- ​​ ວັນ​ທີ 17/3, ຄະ​ນະ​ຊີ້​ນຳ​ການ​ປະ​ຕິ​ຮູບ​ຕຸ​ລາ​ການ​ສູນ​ກາງ ໄດ້​ຈັດ​ກອງ​ປະ​ຊຸມ​ຄັ້ງ​ທີ 25 ເພ​ື່ອ​ປຶກ​ສາ​ຫາ​ລື, ໃຫ້​ຄຳ​ເຫັນ​ໃສ່ “ແຜນ​ຮ່າງ​ປ້ອງ​ກັນ, ຕ້ານ​ການ​ຫຍໍ້​ທໍ້​ໃນ​ການ​ເຄື່ອນ​ໄຫວ​ອາ​ຊີບ​ທະ​ນາ​ຍ​ຄວາມ ແລະ ບົດ​ລາຍ​ງານ​ກ່ຽວ​ກັບ​ການ​ສ້າງ​ປື້ມ​ບັນ​ທຶກ​ເຫດ​ການຂອງ​ຄະ​ນະ​ຊີ້​ນຳ​ການ​ປະ​ຕິ​ຮູບ​ຕຸ​ລາ​ການ​ສູນ​ກາງ ອາ​ຍຸ​ການ 2002-2016. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ສະ​ເຫນີ: ອົງ​ການ​ຮຽບ​ຮຽງ​ສືບ​ຕໍ່​ກຳ​ນົດ, ຄົ້ນ​ຄ້​ວາ, ຄາດ​ຄະ​ເນ​ສະ​ພາບ​ການ​ຫຍໍ້​ທໍ້​ໃນ​ການ​ເຄື່ອນ​ໄຫວ​ອາ​ຊີບ​ທະ​ນາຍ​ຄວາມ, ໄຈ້​ແຍກ​ບັນ​ດາ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ເຄື່ອນ​ໄຫວ​ອາ​ຊີບ​ທະ​ນາຍ​ຄວາມ ເພື່ອ​ສະ​ເຫນີ ປັບ​ປຸງ, ເພີ່ມ​ເຕີມ​ບັນ​ດາ​ຂໍ້​ກຳ​ນົດ​ທີ່ບໍ່​ທັນ​ເໝາະ​ສົມ. ຕາມ​ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ​ແລ້ວ, ເພື່ອ​ສະ​ກັດ​ກັ້ນ, ຍູ້​ການ​ຫຍໍ້​ທ​ໍ​້​ໃນ​ການ​ເຄື່ອນ​ໄຫວ​ອາ​ຊີບ​ທະ​ນາຍ​ຄວາມ​ໃຫ້​ຖອຍ​ໄປ ຄວນ​ພິ​ຈາ​ລະ​ນາ, ຕີ​ລາ​ຄາ​ສ​ະ​ພາບ​ການ​ຫຍໍ້​ທ​ໍ​້​ຢ່າງ​ຮອບ​ດ້ານ ແລະ ປ້ອງ​ກັນ​ຕ້ານ​ການ​ຫຍໍ້​ທໍ້​ໃນ​ໄລ​ຍະ​ຜ່ານ​ມາ, ຈາກນັ້ນ​ກຳ​ນົດ​ມາດ​ຕະ​ການ​ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ ເພື່ອ​ປ້ອງ​ກັນ​ການ​ຫຍໍ້​ທໍ້, ຕໍ່​ສູ້​ສະ​ກັດ​ກັ້ນ, ຍູ້​​ສະ​ພາບ​ການ​ຫຍໍ້​ທໍ້ໃຫ້​ຖອຍ​ໄປ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

 

ຂ່າວ/ບົດ​ອື່ນ