ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ບູນ​ກາ​ຣີ Rossen Dimitrov Jeliazkov ມາ​ຮອດ​ຮ່າ​ໂນ້ຍ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

(VOVWORLD) - ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ບຸນກາຣີ Rossen Dimitrov Jeliazkov ຈະປະກອບສ່ວນເພີ່ມທະວີການປັບປຸງ, ເພີ່ມພູນຄູນສ້າງການພົວພັນດ້ານການເມືອງອັນດີງາມ ລະຫວ່າງສອງປະເທດ ໃຫ້ຫຼາຍກ່ວາອີກ
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ບູນ​ກາ​ຣີ Rossen Dimitrov Jeliazkov ມາ​ຮອດ​ຮ່າ​ໂນ້ຍ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ - ảnh 1ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫ໋າຍ ຕ້ອນຮັບທ່ານ ທ່ານສະພາແຫ່ງຊາດ ບຸນກາຣີ Rossen Dimitrov Jeliazkov (ພາບ:daibieunhandan.vn)

ວັນທີ 5 ມັງກອນ, ທ່ານປະທານສະພາແຫ່ງຊາດ ບຸນກາຣີ Rossen Dimitrov Jeliazkov ພ້ອມກັບຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ບຸນກາຣີ ໄດ້ມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 5 – 9 ມັງກອນ, ຕາມຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ. ນີ້ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທຳອິດຂອງທ່ານປະທານສະພາແຫ່ງຊາດ ບຸນກາຣີ Rossen Dimitrov Jeliazkov ພາຍຫຼັງໄລຍະເວລາເກືອບ 12 ປີ ເຊິ່ງເປັນຂີດໝາຍສຳຄັນໃນການພົວພັນຮ່ວມມືສອງຝ່າຍ, ເປັນຕົ້ນແມ່ນ ພາຍຫຼັງ ສະພາແຫ່ງຊາດສອງປະເທດ ຫາກໍ່ລົງນາມ ແລະ ຜັນຂະຫຍາຍບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມື. ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ບຸນກາຣີ Rossen Dimitrov Jeliazkov ຈະປະກອບສ່ວນເພີ່ມທະວີການປັບປຸງ, ເພີ່ມພູນຄູນສ້າງການພົວພັນດ້ານການເມືອງອັນດີງາມ ລະຫວ່າງສອງປະເທດ ໃຫ້ຫຼາຍກ່ວາອີກ ໃນບັນດາຊ່ອງທາງພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ ແລະ ພົບປະແລກປ່ຽນປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ