ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊ​າດ ຫວຽດ​ນາມ ເວືອງ​ດິ່ງ​ເຫ້ວ ຢ້ຽມ​ຢາມ ແລະ ອວຍ​ພອນ​ບາງ​ອົງ​ການ​ສື່ມວນ​ຊົນຈຳ​ນວນ​ໜຶ່ງ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 96 ປີ​ແຫ່ງວັນ​ສື່ມວນ​ຊົນ​ປະ​ຕິ​ວັດ ຫວຽດ​ນາມ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສື່ມວນຊົນປະຕິວັດ ຫວຽດນາມ, ຕອນເຊົ້າວັນທີ 21 ມິຖຸນາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ລົງຢ້ຽມຢາມ, ເຮັດວຽກກັບອົງການສື່ມວນຊົນຈຳນວນໜຶ່ງ.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊ​າດ ຫວຽດ​ນາມ ເວືອງ​ດິ່ງ​ເຫ້ວ ຢ້ຽມ​ຢາມ ແລະ ອວຍ​ພອນ​ບາງ​ອົງ​ການ​ສື່ມວນ​ຊົນຈຳ​ນວນ​ໜຶ່ງ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 96 ປີ​ແຫ່ງວັນ​ສື່ມວນ​ຊົນ​ປະ​ຕິ​ວັດ ຫວຽດ​ນາມ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ຢ້ຽມຢາມ ແລະ ອວຍພອນບາງອົງການສື່ມວນຊົນຈຳນວນໜຶ່ງເນື່ອງໃນໂອກາດສະເຫຼີມສະຫຼອງ 96 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ 
 (ພາບ: TTXVN)

ເມື່ອລົງຢ້ຽມຢາມ, ອວຍພອນໜັງສືພິມເຍິນເຢິນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ຢັ້ງຢືນວ່າ ໜັງສືພິມເຍິນເຢິນ ແມ່ນໜັງສືພິມແຖວໜ້າຂອງພື້ນຖານສື່ມວນຊົນປະຕິວັດ ຫວຽດນາມ. ໜັງສືພິມເຍິນເຢິນ ພ້ອມກັບບັນດາອົງການສື່ມວນຊົນໃຫຍ່ ໄດ້ຢັ້ງຢືນທັດສະນະ, ແນວຄິດອັນຍິ່ງໃຫຍ່ຂອງພັກ, ລັດ ກ່ຽວກັບການປະຕິວັດ ຫວຽດນາມ ບົນເສັ້ນທາງມຸ່ງໄປສູ່ສັງຄົມນິຍົມ ຂອງ ຫວຽດນາມ. ທ່ານ ເວືອງດິ່ງເຫ້ວ ໄດ້ເນັ້ນໜັກວ່າ ໜັງສືພິມເຍິນເຢິນ ແລະ ອົງການສື່ມວນຊົນເວົ້າລວມ ຕ້ອງແມ່ນຂົວເຊື່ອມຕໍ່ລະຫວ່າງ ສະພາແຫ່ງຊາດ ແລະ ການເຄື່ອນໄຫວຂອງ ສະພາແຫ່ງຊາດ ກັບປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງໃນທົ່ວປະເທດຢ່າງມີປະສິດທິຜົນ. ທ່ານກ່າວວ່າ:

ໃນໄລຍະຈະມາເຖິງ, ຂ້າພະເຈົ້າ ມີຄວາມປາດຖະໜາວ່າ ບັນດາອົງການສື່ມວນຊົນເວົ້າລວມ, ສະມາຄົມນັກຂ່າວ ຫວຽດນາມ ເວົ້າສະເພາະ ແລະ ບັນດາອົງການສື່ມວນຊົນແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ສືບຕໍ່ຜັນຂະຫຍາຍໄດ້ບັນດາໝາກຜົນທີ່ບັນລຸໄດ້.

ເມື່ອລົງຢ້ຽມຢາມ ແລະ ອວຍພອນສະຖານນີໂທລະພາບສະພາແຫ່ງຊາດ ຫວຽດນາມ, ໜັງສືພິມຜູ້ຕາງໜ້າປະຊາຊົນ, ວາລະສານຄົ້ນຄ້ວາການນິຕິບັນຍັດ ປະຊາຊົນໃນໂອກາດວັນສື່ມວນຊົນປະຕິວັດ ຫວຽດນາມ, ທ່ານປະທານສະພາແຫ່ງຊາດ ເວື່ອງດິ່ງເຫ້ວ ໄດ້ສະເໜີໃຫ້ບັນດາອົງການສື່ມວນຊົນ ຂອງສະພາແຫ່ງຊາດ ສືບຄໍ່ສ້າງສາ, ປັບປຸງຖັນແຖວຜູ້ເຮັດວຽກງານສື່ມວນຊົນ ໃຫ້ນັບມື້ນັບເປັນມືອາຊີບ, ເຂົ້າໃຈກ່ຽວກັບບັນດາການເຄື່ອນໄຫວ, ພາລະໜ້າທີ່ຂອງສະພາແຫ່ງຊາດ ຢ່າງເລິກເຊິ່ງກວ້າງຂວາງ.

ຕອບກັບ

ຂ່າວ/ບົດ​ອື່ນ