ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ: ຂໍ້​ກຳ​ນົດ​ທີ່​ກ່ຽວ​ຂ້ອງ​ເຖິງ​ແຫຼ່ງ​ກຳ​ເນີດ​ຜະ​ລິດ​ຕະ​ພັນ ຕ້ອງ​ຮັບ​ປະ​ກັນ​ລັກ​ການ​ປະ​ຊາ​ທິ​ປະ​ໄຕ ແລະ ພາ​ວະ​ວິ​ໄສ

(VOVWORLD) -ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານສະພາແຫງຊາດ ຫວຽດນາມ ເວືອງດິ່ງເຫ້ວເນັ້ນໜັກວ່າ ການປັບປຸງຂໍ້ກຳນົດທີ່ກ່ຽວຂ້ອງເຖິງແຫຼ່ງກຳເນີດຜະລິດຕະພັນແມ່ນຄວາມຈຳເປັນ, ສອດຄອງກັບຍຸດທະສາດສິດຊັບສິນທາງປັນຍາຮອດປີ 2030
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ: ຂໍ້​ກຳ​ນົດ​ທີ່​ກ່ຽວ​ຂ້ອງ​ເຖິງ​ແຫຼ່ງ​ກຳ​ເນີດ​ຜະ​ລິດ​ຕະ​ພັນ ຕ້ອງ​ຮັບ​ປະ​ກັນ​ລັກ​ການ​ປະ​ຊາ​ທິ​ປະ​ໄຕ ແລະ ພາ​ວະ​ວິ​ໄສ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວເປັນປະທານການເຮັດວຽກ (ພາບ: TTXVN)

ຕອນຄ່ຳວັນທີ 29 ຕຸລາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ເປັນປະທານການເຮັດວຽກກັບຜູ້ຕາງໜ້າລັດຖະບານ, ບັນດາກະຊວງ, ຂະແໜງການ, ສຳນັກງານອົງການຂອງ ສະພາແຫ່ງຊາດ ກ່ຽວກັບການແກ້ໄຂການກະທຳລະເມີດສິດເປັນເຈົ້າຂອງ ອຸດສາຫະກຳ ທາງດ້ານແຫຼ່ງກຳເນີດຜະລິດຕະພັນ. ນີ້ແມ່ນໜຶ່ງໃນບັນດາເນື້ອໃນຂອງ ຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາ ຂອງກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ເຊິ່ງສະພາແຫ່ງຊາດພວມພິຈາລະນາ.

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານສະພາແຫງຊາດ ຫວຽດນາມ ເວືອງດິ່ງເຫ້ວເນັ້ນໜັກວ່າ ການປັບປຸງຂໍ້ກຳນົດທີ່ກ່ຽວຂ້ອງເຖິງແຫຼ່ງກຳເນີດຜະລິດຕະພັນແມ່ນຄວາມຈຳເປັນ, ສອດຄອງກັບຍຸດທະສາດສິດຊັບສິນທາງປັນຍາຮອດປີ 2030, ປົກປ້ອງຜົນປະໂຫຍດແຫ່ງຊາດ, ຜູ້ຊົມໃຊ້ ແລະ ວົງຄະນາຍາດຊຸມຊົນ. ພາຍຫລັງກອງປະຊຸມນີ້, ຄະນະປະຈຳສະພາແຫ່ງຊາດ ຈະນຳສະເໜີຕໍ່ສະພາແຫ່ງຊາດເພື່ອຕັດສິນວິທີການຕໍ່ຂໍ້ນົດດັ່ງກ່າວ, ຮັບປະກັນຫຼັກການປະຊາທິປະໄຕ, ພາວະວິໄສ ແລະ ສະມາຊິກສະພາແຫ່ງຊາດ ຈະເປັນຜູ້ຕັດສິນສຸດທ້າຍ.  

ຕອບກັບ

ຂ່າວ/ບົດ​ອື່ນ