ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່​ງ​ເຫວ້ ຢ້ຽມ​ຢາມ ແລະ ເຮັດ​ວຽກ ຢູ່​ແຂວງ ເງະ​ອານ

(VOVWORLD) -ຕອນເຊົ້າວັນທີ 11 ມາສາ, ຢູ່ແຂວງເງະອານ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ເຂົ້າຮ່ວມພິທີຮັບຂໍ້ຕົກລົງຂອງກະຊວງສາທາລະນະສຸກ ວ່າດ້ວຍການຮັບຮອງໂຮງໝໍມິດຕະພາບຫຼາຍຂະແໜງ ເງະອານ ເປັນໂຮງໝໍຂັ້ນສຸດທ້າຍກ່ຽວກັບວິຊາສະເພາະເຕັກນິກການກວດ, ປິ່ນປົ່ວພະຍາດຢູ່ເຂດຕອນເໜືອພາກ ກາງ.
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່​ງ​ເຫວ້ ຢ້ຽມ​ຢາມ ແລະ ເຮັດ​ວຽກ ຢູ່​ແຂວງ ເງະ​ອານ - ảnh 1ພິທີມອບຮັບຂໍ້ຕົກລົງ

ການມອບຂໍ້ຕົກລົງວ່າດ້ວຍການຮັບຮອງ ແລະ ມອບໜ້າທີ່ໃຫ້ໂຮງໝໍຂັ້ນສຸດທ້າຍກ່ຽວກັບວິຊາສະເພາະເຕັກນິກການກວດ, ປິ່ນປົ່ວພະຍາດຢູ່ເຂດຕອນເໜືອພາກ ກາງ ໃຫ້ແກ່ໂຮງໝໍມິດຕະພາບຫຼາຍຂະແໜງ ເງະອານ ແມ່ນບາດກ້າວສຳຄັນເພື່ອແນໃສ່ລົງທຶນ, ຍົກລະດັບລະບົບໂຮງໝໍຂັ້ນແຂວງໃຫ້ເປັນທັນສະໄໝ ໃຫ້ກາຍເປັນຮາກຖານສາທາລະນະສຸກທີ່ມີຄຸນນະພາບສູງຢູ່ເຂດຕອນເໜືອພາກ ກາງ.

ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ມອບເຄື່ອງຊ່ວຍລະບົບຫາຍໃຈ 2 ເຄື່ອງທີ່ມີຄຸນນະພາບສູງໃຫ້ແກ່ໂຮງໝໍມິດຕະພາບຫຼາຍຂະແໜງ ເງະອານ.

ກ່ອນໜ້ານັ້ນ, ຕອນບ່າຍວັນທີ 10 ເມສາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ພ້ອມດ້ວຍຄະນະປະຕິບັດງານຂອງສະພາແຫ່ງຊາດ ກໍ່ໄດ້ໄປວາງພວງມາລາ, ຈູດທູດໃຕ້ທຽນ ອາໄລຫາປະທານໂຮ່ຈີມິນ ຢູ່ເຂດປູຊະນີຍະສະຖານປະຫວັດສາດພິເສດ ກິມລຽນ, ເມືອງນາມດ່ານ, ແຂວງ ເງະອານ. 

ຕອບກັບ

ຂ່າວ/ບົດ​ອື່ນ