ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວ້ ອວຍ​ພອນທ່ານ​ປະ​ທານ​ສະ​ພາ​ຕ່ຳ, ສະ​ພາ​ສູງ ອົດ​ສະ​ຕາ​ລີ ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດ

(VOVWORLD) -ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ສົ່ງສານອວຍພອນໄປຍັງທ່ານປະທານສະພາຕ່ຳ Andrew Wallace ແລະ ທ່ານປະທານສະພາສູງ Slade Brockman  ເນື່ອງໃນໂອກາດຂ່ຳນັບຮັບຕ້ອນວັນຊາດອົດສະຕາລີ ຄົບຮອບ 234 ປີ.
ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວ້ ອວຍ​ພອນທ່ານ​ປະ​ທານ​ສະ​ພາ​ຕ່ຳ, ສະ​ພາ​ສູງ ອົດ​ສະ​ຕາ​ລີ ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ (ພາບ: VOV)

ເນື່ອງໃນໂອກາດຂ່ຳນັບຮັບຕ້ອນວັນຊາດອົດສະຕາລີ ຄົບຮອບ 234 ປີ (26/1/1788 – 26/1/2022), ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ສົ່ງສານອວຍພອນໄປຍັງທ່ານປະທານສະພາຕ່ຳ Andrew Wallace ແລະ ທ່ານປະທານສະພາສູງ Slade Brockman.

        ໃນສານອວຍພອນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ສະແດງຄວາມປິຕິຊົມຊື່ນ ເມື່ອເຫັນວ່າການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ອົດສະຕາລີໃນໄລຍະຜ່ານມາໄດ້ຮັບການຮັກສາ ແລະ ພັດທະນາຢ່າງດີງາມ. ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບ ສະພາຕ່ຳ ແລະ ສະພາສູງ ອົດສະຕາລີ ສືບຕໍ່ພັດທະນາບົນພື້ນຖານຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມລະຫວ່າງສະພາແຫ່ງຊາດຫວຽດນາມ ກັບ ລັດຖະສະພາ ອົດສະຕາລີປີ 2013. ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້ ຢັ້ງຢືນວ່າພ້ອມແລ້ວທີ່ຈະຮ່ວມມືພ້ອມກັບທ່ານປະທານສະພາຕ່ຳ ແລະ ສະພາສູງ ອົດສະຕາລີ ນຳການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ລັດຖະສະພາສອງປະເທດໃຫ້ສົມກັບການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອົດສະຕາລີ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ຮ່ວມມື, ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ