ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວ້ ໂອ້​ລົມ​ໂທ​ລະ​ສັບ​ກັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ໄຊ​ສົມ​ພອນ ພົມ​ວິ​ຫານ

(VOVWORLD) -ປະທານສະພາແຫ່ງຊາດສອງປະເທດ ຢັ້ງຢືນວ່າ ຈະສືບຕໍ່ປະກອບສ່ວນເຂົ້າໃນການເພີ່ມທະວີການຮ່ວມມື, ແບ່ງປັນບົນຮຽນ, ໂດຍສະເພາະແມ່ນໃນການສ້າງລະບອບລະບຽບການ, ລະບົບກົດໝາຍ ແລະ ຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍ; ສືບຕໍ່ສົມທົບກັນໃນການເພີ່ມທະວີການຕິດຕາມກວດກາບັນດາໂຄງການຮ່ວມມືລົງທຶນ, ການໜູນຊ່ວຍແກ່ການພັດທະນາເສດຖະກິດ - ສັງຄົມຂອງສອງປະເທດ. 
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວ້ ໂອ້​ລົມ​ໂທ​ລະ​ສັບ​ກັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ໄຊ​ສົມ​ພອນ ພົມ​ວິ​ຫານ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໂອ້ລົມທາງໂທລະສັບກັບທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ (ພາບ: VOV)

    ຕອນບ່າຍວັນທີ 2 ເມສາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ໂອ້ລົມທາງໂທລະສັບກັບທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ. ປະທານສະພາແຫ່ງຊາດສອງປະເທດ ຢັ້ງຢືນວ່າ ຈະສືບຕໍ່ປະກອບສ່ວນເຂົ້າໃນການເພີ່ມທະວີການຮ່ວມມື, ແບ່ງປັນບົນຮຽນ, ໂດຍສະເພາະແມ່ນໃນການສ້າງລະບອບລະບຽບການ, ລະບົບກົດໝາຍ ແລະ ຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍ; ສືບຕໍ່ສົມທົບກັນໃນການເພີ່ມທະວີການຕິດຕາມກວດກາບັນດາໂຄງການຮ່ວມມືລົງທຶນ, ການໜູນຊ່ວຍແກ່ການພັດທະນາເສດຖະກິດ - ສັງຄົມຂອງສອງປະເທດ. ສະພາແຫ່ງຊາດສອງປະເທດ ພ້ອມດ້ວຍບັນດາອົງການທີ່ກ່ຽວຂ້ອງ ສົມທົບກັນໃຫ້ເປັນຢ່າງດີ ເພື່ອກະກຽມໃຫ້ແກ່ການຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ ຄົບຮອບ 45 ປີ ໃນປີ 2022, ຜ່ານນັ້ນ, ໂຄສະນາເຜີຍແຜ່, ສຶກສາມູນເຊື້ອຂອງການພົວພັນແບບພິເສດ ລະຫວ່າງ ຫວຽດນາມ - ລາວ ໃຫ້ແກ່ປະຊາຊົນສອງປະເທດ, ພິເສດແມ່ນຄົນລຸ້ນໜຸ່ມໃຫ້ ເລິກເຊິ່ງກວ້າງຂວາງກວ່າອີກ.


ຕອບກັບ

ຂ່າວ/ບົດ​ອື່ນ