ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສິ້ນສຸດການຢ້ຽມຢາມ ອິນໂດເນເຊຍ, ອີຣານ ເປັນທາງການຢ່າງຈົບງາມ

(VOVWORLD) - ດ້ວຍເກືອບ 60 ການເຄື່ອນໄຫວຢູ່ 2 ປະເທດຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ບັນລຸຜົນງານດີງາມຫຼາຍຢ່າງ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສິ້ນສຸດການຢ້ຽມຢາມ ອິນໂດເນເຊຍ, ອີຣານ ເປັນທາງການຢ່າງຈົບງາມ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ
(ພາບ: TTXVN)

        ຕອນເຊົ້າວັນທີ 11 ສິງຫາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ເດີນທາງກັບເມືອຮອດ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ສ.ອິນໂດເນເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມໃຫຍ່ AIPA 44; ຢ້ຽມຢາມ ສ.ອິດສະລາມ ອີຣານ ຢ່າງເປັນທາງການແຕ່ວັນທີ 04 – 11 ສິງຫາ. ດ້ວຍເກືອບ 60 ການເຄື່ອນໄຫວຢູ່ 2 ປະເທດຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ບັນລຸຜົນງານດີງາມຫຼາຍຢ່າງ.

        ການນຳ 2 ປະເທດ ອິນໂດເນເຊຍ ແລະ ອີຣານ ໄດ້ສະຫງວນການຕ້ອນຮັບໃຫ້ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢ່າງສົມກຽດ, ແລກປ່ຽນຫຼາຍເນື້ອໃນລະອຽດເພື່ອຊຸກຍູ້ການພົວພັນ 2 ຝ່າຍ. ທີ່ບັນດາການພົບປະ, ວົງການນັກການເມືອງຂອງ 2 ປະເທດລ້ວນແຕ່ຢືນຢັນເລື່ອງຖືເປັນສຳຄັນໃນການພົວພັນກັບ ຫວຽດນາມ ແລະ ມີນ້ຳໃຈຄວາມຮັກແພງພິເສດຕໍ່ກັບປະເທດຊາດ, ຊາວ ຫວຽດນາມ.

        ສະພາແຫ່ງຊາດ ຫວຽດນາມ - ອິນໂດເນເຊຍ ແລະ ສະພາແຫ່ງຊາດ ຫວຽດນາມ - ອີຣານ ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືໃໝ່, ເປັນເອກະພາບເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ແລກປ່ຽນບົດຮຽນໃນບັນດາຂົງເຂດສ້າງກົດໝາຍ ກໍຄືສົມທົບກັນໃນວຽກງານຕິດຕາມກວດກາ, ສົມທົບກັນຢູ່ບັນດາເວທີປາໄສສາກົນ. ພ້ອມກັນນັ້ນ, ໃນບັນດາການຢ້ຽມຢາມດັ່ງກ່າວ, ບັນດາກະຊວງ, ຂະແໜງທີ່ກ່ຽວຂ້ອງ ກໍ່ລົງນາມໃນຂໍ້ຕົກລົງຮ່ວມມືຫຼາຍສະບັບໃນບັນດາຂົງເຂດທີ່ແຕກຕ່າງກັນ.

ຕອບກັບ

ຂ່າວ/ບົດ​ອື່ນ