ທ່ານປະທານສະພາແຫ່ງຊາດຈະຢ້ຽມຢາມມິດຕະພາບລາວ,ກຳປູເຈຍແລະມຽນມາຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດຈະຢ້ຽມຢາມມິດຕະພາບລາວ,ກຳປູເຈຍແລະມຽນມາຢ່າງເປັນທາງການ  - ảnh 1
ທ່ານ​ນາງ ຫງວຽນ​ທີ່​ກີມ​ເງີນ ປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມ

ຕາມ​ແຈ​້ງ​ການ​ຂອງ​ກຳ​ມາ​ທິ​ການການ​ຕ່າງ​ປະ​ເທດຂອງ​ສະ​ພາ​ແຫ່ງ​ຊາດ, ໂດຍ​ຮັບ​ຄຳ​ເຊີນ​ຂອງ​ທ່ານນາງ ປາ​ນີ ຢາ​ທໍ່​ຕູ້ ປະ​ທານ​ສະ​ພາ​ແຫ່ງ​ຊາດ ​ສາ​ທາ​ລະ​ນະ​ລັດ ​ປະ​ຊາ​ທີ​ປະ​ໄຕ​ປະ​ຊາ​ຊົນ ​ລາວ, ທ່ານ Samdech Heng Samrin ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາ​ຊະ​ອາ​ນາ​ຈັກ​ ກຳ​ປູ​ເຈຍ ແລະ ທ່ານ Mahn Win Khaing Than ປະ​ທານ​ສະ​ພາ​ແຫ່ງ​ຊາດ ສາ​ທາ​ລະ​ນະ​ລັດ ​ສະ​ຫະ​ພັນ ​ມຽນ​ມາ, ທ່ານ​ນາງ ຫງວຽນ​ທີ່​ກີມ​ເງີນ ປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມ ຈະ​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມຢ້ຽມ​ຢາມ​ມິດ​ຕະ​ພາບປະ​ເທດ ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທີ​ປະ​ໄຕ​ປະ​ຊາ​ຊົນ​ລາວແຕ່​ວັນ​ທີ 26 ເຖິງ 27/9, ​ ຢ້ຽມ​ຢາມລາດ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍແຕ່​ລະ​ວັນ​ທີ 27 ເຖິງ 28/9, ຢ້ຽມ​ຢາມສາ​ທາ​ລະ​ນະ​ລັດ​ສະ​ຫະ​ພັນ​ມຽນ​ມາ​ແຕ່​ລະວັນ​ທີ​ 28 ເຖິງ 29/9/2016 ຢ່າງເປັນ​ທາງ​ການ ແລະ ເຂົ້າ​ຮ່ວມສະ​ມັດ​ຊາ​ລັດ​ຖະ​ສະ​ພາ ລະ​ຫວ່າງ ຊາດ​ອາ​ຊຽນ ຄັ້ງ​ທີ 37 (AIPA – 37) ດຳ​ເນີນ​ໄປ​ແຕ່​ລະວັນ​ທີ 29/9 ເຖິງ 3/10/2016 ຢູ່​ນະ​ຄອນຫຼວງ Nay Pyi Taw, ​ປະ​ເທດມຽນ​ມາ.  

ຂ່າວ/ບົດ​ອື່ນ