ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງສິ້ນສຸດການເຂົ້າຮ່ວມກອງປະຊຸມໃຫຍ່IPU130

ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງສິ້ນສຸດການເຂົ້າຮ່ວມກອງປະຊຸມໃຫຍ່IPU130 - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງມອບຂອງຂວັນທີ່ລະນຶກໃຫ້ປະທານກຸ່ມ ສສຊ ອີຕາລີ -ຫວຽດນາມ

(vovworld) – ຕອນ​ເຊົ້າ​ວັນ​ທີ 23/3, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ກັບ​ເມືອ​ຮອດ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່ລັດຖະສະ ພາ​ລະຫວ່າງ​ຊາດ​ໂລກ (IPU) 130 ​ເປັນ​ທາງ​ການ​ຢ່າງ​ຈົບງາມ. ທີ່ ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ກອງ​ປະຊຸມ​ໃຫຍ່ IPU 130, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ຫງວຽນ​ຊິງ​ຮຸ່ງ ມີ​ບົດ​ປະກອບ​ຄວາມ​ເຫັນ​ຢືນຢັນ​ແຈ້ງ​ທັດສະນະ​ຂອງ​ຫວຽດນາມ​ ແມ່ນ​ຍາມ​ໃດ​ກໍ່​ຕັ້ງໜ້າ, ມີ​ຄວາມ​ຮັບຜິດຊອບ​ໃນ​ບັນດາ​ບັນຫາ​ສາກົນ, ພິ​ເສດ​ແມ່ນ​ບັນຫາ​ສັນຕິພາບ, ປະຊາທິປະ​ໄຕ, ​ເຊິ່ງ​ໄດ້​ຮັບ​ການ​ສະໜັບສະໜູນ ​ແລະ ການ​ຕີ​ລາຄາ​ສູງ​ຈາກ​ບັນດາ​ຜູ້​ແທນ. ທີ່​ວາລະ​ປະຊຸມ, ຄະນະ​ຜູ້​ແທນ​ຫວຽດນາມ​ ໄດ້​ສະ​ເໜີຕໍ່ IPU ກ່ຽວ​ກັບຫົວ​ຂໍ້ໃຫ້​ແກ່​ກອງ​ປະຊຸມ​ໃຫຍ່ IPU 132 ​ເຊິ່ງຈັດ​ຕັ້ງ​ຢູ່​ຫວຽດນາມນັ້ນ​ແມ່ນ: ລັດຖະສະພາ ​ແລະ ການ​ປະຕິບັດ​ລາຍການ​ພັດທະນາ​ຢ່າງ​ໝັ້ນຄົງ​ຫຼັງ​ປີ 2015.

        ພາຍຫຼັງ​ເຂົ້າ​ຮ່ວມ ກອງ​ປະຊຸມ​ໃຫຍ່ IPU 130, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ເດ​ີນທາງ​ໄປ​ຢ້ຽມຢາມ​ທາງ​ລັດຖະກິດ ສະຫະພັນ​ສະ​ວິດ ​ແລະ ສ. ອີ​ຕາ​ລີ. ຢູ່ ສະຫະພັນ​ສະ​ວິດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ​ ໄດ້​ມີ​ການ​ພົບ​ປະ​​ເຈລະຈາກັບທ່ານ​ປະທານ​ສະພາ​ຕຳ່, ທ່ານ​ປະທານ​ສະພາ​ສູງ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ປະກອບສ່ວນ​ປັບປຸງ​ການ​ພົວພັນ​ສອງ​ຝ່າຍ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ສຶກສາ. ​ໃນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ ສ. ອີ​ຕາ​ລີ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ຮອງ​ປະທານ​ສະພາ​ຕຳ່​ອີ​ຕາ​ລີ, ທ່ານ​ປະທານາທິບໍດີ ສ. ​ອີ​ຕາ​ລີ, ປະທານ​ ແລະ ຮອງ​ປະທານ​ສະພາ​ສູງອີ​ຕາ​ລີ. ​ໃນ​ການ​ພົບ​ປະ​ເຈລະຈາ​ເຫຼົ່າ​ນັ້ນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ​ແລະ ບັນດາ​ການ​ນຳ ອີ​ຕາ​ລີ ລ້ວນ​ແຕ່​ຕີ​ລາຄາ​ສູງ​ບັນດາ​ບາດກ້າວ​ພັດທະນາ​ອັນດີງາມ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ - ອີ​ຕາ​ລີ. ການ​ນຳ​ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ພ້ອມ​ກັນ​ມານະ​ພະຍາຍາມ​ນຳ​ສາຍ​ພົວພັນ​ຫວຽດນາມ - ອີ​ຕາ​ລີ​ ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ຊຸກຍູ້​ການ​ຮ່ວມ​ມື​ແໜ້ນ​ແຟ້ນ​ໃນ​ທຸກ​ຂົງ​ເຂດ​ເຊິ່ງທັງ​ສອງ​ຝ່າຍ​ຕ່າງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ເພື່ອ​ຜົນ​ປະ​​ໂຫຍ​ດອັນ​ແທດ​ຈິງ​ຂອງ​ປະຊາຊົນ​ສອງ​ປະ​ເທດ.

 

 

 

ຂ່າວ/ບົດ​ອື່ນ