ທ່ານ​ປະ​ທານ​ສະ​ຫະ​ສະ​ມາ​ຄົມ ​ອຸດ​ສາ​ຫະ​ກຳ ເຄິ່ງ​ຊັກ​ນຳ​ໄຟ​ຟ້າ ອາ​ເມ​ລິ​ກາ: ຫວຽດ​ນາມ ແມ່ນ​​ປາຍ​ທາງ​ທີ່​ດຶງ​ດູດ​ໃຈ​ທີ່​ສຸດ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານ John Neuffer ໄດ້ຕີລາຄາວ່າ ຄວາມສາມາດບົ່ມຊ້ອນໃນການຮ່ວມມືຂອງບັນດາຄູ່ຮ່ວມມື ຫວຽດນາມ - ອາເມລິກາ ໃນຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າແມ່ນໃຫຍ່ຫຼວງທີ່ສຸດ
ທ່ານ​ປະ​ທານ​ສະ​ຫະ​ສະ​ມາ​ຄົມ ​ອຸດ​ສາ​ຫະ​ກຳ ເຄິ່ງ​ຊັກ​ນຳ​ໄຟ​ຟ້າ ອາ​ເມ​ລິ​ກາ: ຫວຽດ​ນາມ ແມ່ນ​​ປາຍ​ທາງ​ທີ່​ດຶງ​ດູດ​ໃຈ​ທີ່​ສຸດ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານ John Neuffer, ປະທານສະຫະສະມາຄົມ ອຸດສາຫະກຳເຄິ່ງຊັກນຳໄຟຟ້າ ອາເມລິກາ (SIA) (ພາບ: TTXVN)

ຕອນບ່າຍວັນທີ 7 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ John Neuffer, ປະທານສະຫະສະມາຄົມ ອຸດສາຫະກຳເຄິ່ງຊັກນຳໄຟຟ້າ ອາເມລິກາ (SIA) ແລະ ການນຳບັນດາວິສາຫະກິດ ເຄິ່ງຊັກນຳໄຟຟ້າແຖວໜ້າ ອາເມລິກາ ຄື: Intel, Qualcom, Ampere, ARM… ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານ John Neuffer ໄດ້ຕີລາຄາວ່າ ຄວາມສາມາດບົ່ມຊ້ອນໃນການຮ່ວມມືຂອງບັນດາຄູ່ຮ່ວມມື ຫວຽດນາມ - ອາເມລິກາ ໃນຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າແມ່ນໃຫຍ່ຫຼວງທີ່ສຸດ, ທ່ານສະແດງຄວາມເຊື່ອໝັ້ນວ່າ ການຮ່ວມມືໃນຂົງເຂດນີ້ ຈະເປີດຫຼາຍ ໂອກາດໃຫ້ແກ່ວິສາຫະກິດ ສອງປະເທດ ພ້ອມກັນເສີມຂະຫຍາຍ, ຂຸດຄົ້ນທ່າໄດ້ປຽບຂອງແຕ່ລະຝ່າຍ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ພວມຄົ້ນຄ້ວາ, ສ້າງຍຸດທະສາດພັດທະນາ, ແຜນຮ່າງພັດທະນາແຫຼ່ງຊັບພະຍາກອນມະນຸດ, ວາງເປົ້າໝາຍບຳລຸງສ້າງຊັບພະຍາກອນມະນຸດ ແຕ່ 50.000 – 100.000 ຄົນໃນຂະແໜງເຄິ່ງຊັກນຳໄຟຟ້າຮອດປີ 2030, ພ້ອມກັນນັ້ນ ກໍ່ມີບັນດາກົນໄກບຸລິມະສິດທີ່ເໝາະສົມເພື່ອດຶງດູດບັນດາວິສາຫະກິດທີ່ຜະລິດ, ອອກແບບ, ພັດທະນາຜະລິດຕະພັນຊິບ ເຄິ່ງຊັກນຳໄຟຟ້າ ແຖວໜ້າຂອງຕ່າງປະເທດມາລົງທຶນ ຢູ່ ຫວຽດນາມ.

ສ່ວນທ່ານ John Neuffer ຢັ້ງຢືນວ່າ ຫວຽດນາມ ແມ່ນປາຍທາງທີ່ດຶງດູດໃຈຂອງບັນດານັກລົງທຶນ ອາເມລິກາ ໃນຂົງເຂດເຄິ່ງຊັກນຳໄຟຟ້າ ແລະ ອາດຈະສວມບົດບາດເປັນຄູ່ຮ່ວມມືຍຸດທະສາດ ໃນການສະໜອງແຫຼ່ງຊັບພະຍາກອນມະນຸດ. ບັນດາວິສາຫະກິດ ອາເມລິກາ ພ້ອມແລ້ວທີ່ຈະຮັດແໜ້ນການພົວພັນ, ຊຸກຍູ້ການລົງທຶນ, ຮ່ວມມືກັບ ຫວຽດນາມ ກ່ຽວກັບຂະແໜງເຄິ່ງຊັກນຳໄຟຟ້າ, ເປັນຕົ້ນແມ່ນການບຳລຸງສ້າງບັນດາຜູ້ມີຄວາມເກັ່ງກ້າສາມາດ, ບຸກຄະລາກອນທີ່ມີຄຸນນະພາບສູງ, ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງສອງປະເທດ ທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ.

ຕອບກັບ

ຂ່າວ/ບົດ​ອື່ນ