ທ່ານປະທານາທິບໍດີ Abbas ໄດ້ຮັບເລືອກຕັ້ງ ເປັນຜູ້ນຳໜ້າລັດຖະບານ ຊົ່ວຄາວ Palextin

ທ່ານປະທານາທິບໍດີ  Abbas ໄດ້ຮັບເລືອກຕັ້ງ ເປັນຜູ້ນຳໜ້າລັດຖະບານ ຊົ່ວຄາວ Palextin  - ảnh 1
ທ່ານປະທານາທິບໍດີ Mahmoud Abbas
(ພາບ: Reuters)

(vov5.vn) ບັນ​ດາ​ພັກຝ່າຍ​ຄ້ານຢູ່ Palextin ​ໄດ້​ເຫັນ​ດີ​ເປັນ​ເອກະສັນ ​ເລືອກ​ຕັ້ງທ່າ​ນ ປະທານາທິບໍດີ Mahmoud Abbas ​ເປັນຜູ້ນຳໜ້າ​ລັດຖະບານ​ຊົ່ວຄາວ, ຮັບ​ຜິດ​ຊອບ​ການຕິດຕາມ​ກວດກາ​ວຽກ​ງານ​ກະກຽມ​ໃຫ້​ແກ່​ການ​ເລືອກ​ຕັ້ງ​ປະທານາທິບໍດີ ​ແລະ ສະພາ​ແຫ່ງ​ຊາດ​ທີ່​ຈະ​ມາ​ເຖິງ. ຂະ​ບວນການ​ອິດສະ​ລາມ Hamas ພວມ​ຄວບ​ຄຸມ ​ເຂດ Gaza ​ແລະ ຂະ​ບວນການ Fatah ຂອງ​ທ່ານ​ປະທານາທິບໍດີ Abbas ພວມ​ຄວບຄຸມ​ພາກ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​​ແດນ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ ”ສ້າງ​ຕັ້ງ​ລັດຖະບານ​ເອກະ​ພາບ​ແຫ່ງ​ຊາດ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາຕົວແທນເອກະລາດ”. ລັດຖະບານ​ນີ້​ຈະ​ຢູ່ພາຍ​ໃຕ້​ການ​ບໍລິຫານ​ຂອງ​ທ່ານ​ປະທານາທິບໍດີ Abbas ​ແລະ ຮັບຜິດຊອບ​ການຕິດ​ຕາມ​ກວດກາ​ບັນດາ​ການ​ເລືອກ​ຕັ້ງ. ​ເລື່ອງ​ສ້າງ​ຕັ້ງ​ລັດຖະບານ​ຊົ່ວຄາວຈະ​ໄດ້​ຮັບ​ການ​ປະກາດ​ຢ່າງ​ເປັນ​ທາງ​ການ​ທີ່​ກອງ​ປະຊຸມ “ບັນດາພັກຝ່າຍ​ການ​ເມືອງ Palextin“ ເຊິ່ງຈະດຳ​ເນີນ​ຢູ່​ນະຄອນຫຼວງ Cairo ປະ​ເທດ ອີ​ຢິບ ​ໃນ​ວັນ​ທີ 18/2 ຈະ​ມາ​ເຖິງ. ບັນດາ​ຝ່າຍ​ກໍ່​ຈະ​ກຳນົດ​ເວລາ​ດຳ​ເນີນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ ​ແລະ ສະພາ​ແຫ່ງ​ຊາດ ຢ່າງ​ເປັນ​ທາງ​ການ.

ຂ່າວ/ບົດ​ອື່ນ