ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຊີ​ຣີ ຢ້ຽມ​ຢາມ UAE ຢ່າງ​ເປັນ​ທາງ​ການ

(VOVWORLD) -ການຢ້ຽມຢາມ  ຊີີິຣີ ທີ່ໄດ້ດຳເນີນໃນວັນທີ 19 ມີນາ ແມ່ນການຢ້ຽມຢາມຄັ້ງທີ 2 ຂອງທ່ານປະທານາທິບໍດີ Bashar al  - Assad ໄປຍັງເຂດອ່າວເປີເຊີຍ ນັບແຕ່ພາຍຫຼັງເຫດແຜ່ນດິນໄຫວທີ່ເກີດຂຶ້ນໃນວັນທີ 6 ກຸມພາ ເຊິ່ງໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຢູ່ຫຼາຍທ້ອງຖິ່ນຂອງ ຊີຣີ ແລະ ຕວັກກີ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຊີ​ຣີ ຢ້ຽມ​ຢາມ UAE ຢ່າງ​ເປັນ​ທາງ​ການ - ảnh 1ທ່ານປະທານາທິບໍດີ ຊີຣີ Bashar al-Assad (ເບື້ອງຊ້າຍ) ແລະ ທ່ານປະທານາທິບໍດີ UAE Mohammad bin Zayed Al-Nahyan ທີ່ການພົບປະຢູ່ Abu Dhabi ໃນວັນທີ 19/3/2023 (ພາບ: AFP/TTXVN)

ເດືອນກຸມພາ, ໃນການຢ້ຽມຢາມບັນດາປະເທດ ອາຣັບ ເປັນຄັ້ງທຳອິດ ນັບແຕ່ສົງຄາມການເມືອງຢູ່ ຊີຣີ ເລີ່ມເກີດຂຶ້ນເມື່ອປີ 2011, ການນຳ ຊີຣີ ໄດ້ເດີນທາງໄປຍັງ ໂອມານ.

UAE ແມ່ນປະເທດນຳໜ້າໃນຄວາມມານະພະຍາຍາມຟື້ນຟູປະເທດພາຍຫຼັງເຫດແຜ່ນດິນໄຫວເກີດຂຶ້ນໃນວັນທີ 6 ກຸມພາ ຢູ່ພາກຕາເວັນອອກສ່ຽງໃຕ້ ຕວັກກີ ແລະ ພາກຕາເວັນຕົກສ່ຽງເໜືອ ຊີຣີ, ເຮັດໃຫ້ປະຊາຊົນນັບໝື່ນຄົນເສຍຊີວິດ. ບັນດານັກໄຈ້ແຍກຖືວ່າ ກຳລັງໜູນການຕ່າງປະເທດໄດ້ຮັບການສ້າງຕັ້ງຂຶ້ນ ພາຍຫຼັງບັນດາຄວາມມານະພະຍາຍາມຂອງປະຊາຄົມສາກົນໃນການໜູນຊ່ວຍ ຊີຣີ ແກ້ໄຂຜົນຮ້າຍຢ້ອນຫຼັງຂອງເຫດແຜ່ນດິນໄຫວອາດຈະຊຸກຍູ້ການປັບປຸງການພົວພັນຂອງ Damacus ກັບບັນດາປະເທດ ອາຊີຕາເວັນອອກກາງ, ເຊິ່ງມາຮອດປັດຈຸບັນຍັງຄັດຄ້ານການຫັນການພົວພັນເປັນປົກກະຕິ ພາຍຫຼັງໄລຍະກວ່າ 1 ທົດສະວັດ. UEA ໄດ້ໃຫ້ຄຳໝັ້ນສັນຍາໜູນຊ່ວຍ ຊີຣີ ຈຳນວນເງິນກວ່າ 100 ລ້ານ USD ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພພິບັດ. UEA ກໍໄດ້ຈັດສົ່ງໜ່ວຍງານກູ້ໄພກູ້ຊີບ ແລະ ສະໜອງເຄື່ອງຊ່ວຍບັນເທົາທຸກນັບພັນໂຕນ.


ຕອບກັບ

ຂ່າວ/ບົດ​ອື່ນ