ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ Emmanuel Macron ຢ​້ຽມຢາມ ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ

(VOVWORLD) -ຕອນຄ່ຳວັນທີ 29 ພະຈິກ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໄດ້ເລີ່ມຕົ້ນການຢ້ຽມຢາມ ທາງລັດຖະກິດ ຢູ່ ອາເມລິກາ ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ Joe Biden. 

ການຢ້ຽມຢາມຂອງການນຳ ຝລັ່ງ ໄດ້ ຕັ້ງຄວາມຫວັງໄວ້ວ່າ ຈະແມ່ນການເລີ່ມຕົ້ນໃໝ່ໃຫ້ແກ່ສາຍພົວພັນສຳພັນທະມິດມາແຕ່ດົນນານລະຫວ່າງ ຝລັ່ງ ກັບ ອາເມລິກາ.

                ເນື້ອໃນບຸລິມະສິດແຖວໜ້າໃນການຢ້ຽມຢາມ ອາເມລິກາ ຂອງທ່ານປະທານາທິບໍດີ ຝລັ່ງ Macron ແມ່ນ ຊອກຫາຄວາມເຫັນດີເຫັນພ້ອມຂອງທັງສອງຝ່າຍໃນບັນຫາ ຢູແກຼນ.

        ຕາມການຄາດຄະເນແລ້ວ, ການນຳ ຝລັ່ງ ແລະ ອາເມລິກາ ກໍຈະເຕື້ອງເຖິງບັນຫາໃຫຍ່ຄື ການປ່ຽນແປງຂອງດິນຟ້າອາກາດ, ການຮ່ວມມືໃນຂົງເຂດຍ່ານເວຫາ, ນິວເຄຼຍ ຫຼື ບັນຫາຢູ່ພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ແລະ ນະໂຍບາຍສຳລັບ ຈີນ. ພາຍໃນ 3 ວັນຢູ່ຢ້ຽມຢາມ ອາເມລິກາ, ທ່ານປະທານາທິບໍດີ ຝລັ່ງ ກໍຈະມີການພົບປະກັບເຈົ້າໜ້າທີ່ອາວຸໂສໃນອຳນາດການປົກຄອງຂອງ ອາເມລິກາ ອີກດ້ວຍ.

ແມ້ງຮ່າ, ນັກຂ່າວ VOV ປະຈຳ ອາເມລິກາ.


ຕອບກັບ

ຂ່າວ/ບົດ​ອື່ນ