ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຢູ່ ອາ​ຟະ​ລິ​ກາ

(VOVWORLD) -ວັນທີ 1 ມີນາ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ເລີ່ມຕົ້ນການເດີນທາງໄປປະຕິບັດງານຢູ່ 4 ປະເທດ ອາຟະລິກາ, ເຊິ່ງລວມມີ: ສາທາລະນະລັດ ປະຊາທິປະໄຕ ກົງໂກ, ກາບົງ, ອັງໂກລາ ແລະ ສາທາລະນະລັດ ກົງໂກ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຢູ່ ອາ​ຟະ​ລິ​ກາ - ảnh 1ທ່ານປະທານາທິບໍດີ ຝລັ່ງ Emmanuel Macron (ພາບ: TTXVN)

ການຢ້ຽມຢາມບັນດາປະເທດ ອາຟະລິກາ ຖືກດຳເນີນໃນສະພາບທີ່ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ຍາມໃດກໍຢັ້ງຢືນວ່າ ອາຟະລິກາ ແມ່ນບຸລິມະສິດໃນອາຍຸການທີ 2.

ອາຟະລິກາ ຍາມໃດກໍເປັນໜຶ່ງໃນບັນດາພາກພື້ນທີ່ຮັບຜົນສະທ້ອນມາແຕ່ດົນນານຂອງ ຝລັ່ງ ໃນຫຼາຍທົດສະວັດຜ່ານມາ, ພິເສດແມ່ນຢູ່ພາກພື້ນ ອາຟະລິກາ ຕາເວັນຕົກ ແລະ ເຂດ Sahel, ເພາະວ່າ ນີ້ແມ່ນບ່ອນເຕົ້າໂຮມເກືອບທຸກປະເທດທີ່ເຄີຍເປັນຫົວເມືອງຂຶ້ນຂອງ ຝລັ່ງ ແລະ ປັດຈຸບັນ ຍັງຮັກສາສາຍສຳພັນຢ່າງແໜ້ນແຟ້ນກັບ ຝລັ່ງ ກ່ຽວກັບດ້ານພາສາ, ເສດຖະກິດ, ວັດທະນະທຳ ກໍຄື ມະນຸດ. ເມື່ອເດືອນ ກໍລະກົດ 2022, ທ່ານປະທານາທິບໍດີ ຝລັ່ງ Macron ໄດ້ໄປຢ້ຽມຢາມ Cameroon, Benin ແລະ Guinea – Bissau. ປັດຈຸບັນ, ຝລັ່ງ ມີທະຫານນັບພັນຄົນ ພວມປະຕິບັດໜ້າທີ່ໝູນຊ່ວຍການຕ້ານການກໍ່ການຮ້າຍຢູ່ ອາຟະລິກາ. 

ຕອບກັບ

ຂ່າວ/ບົດ​ອື່ນ