​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ ຕໍ່​ກຳ​ນົດ​ເວ​ລາ​ກົດໄອຍະການເສິກ, ຮຽກຮ້ອງ​ໃຫ້ເຈລະຈາກັບປະທານາທິບໍດີ ລັດເຊຍ

(VOVWORLD) -ວັນທີ 20 ມີນາ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໄດ້ເຊັນກົດໝາຍວ່າດ້ວຍການຕໍ່ກໍານົດເວລາກົດໄອຍະການເສິກ ຢູ່ ຢູແກຼນ ໃນເວລາ 30 ວັນ ນັບແຕ່ວັນທີ 26 ມີນາ ເປັນຕົ້ນໄປ. 
​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ ຕໍ່​ກຳ​ນົດ​ເວ​ລາ​ກົດໄອຍະການເສິກ, ຮຽກຮ້ອງ​ໃຫ້ເຈລະຈາກັບປະທານາທິບໍດີ ລັດເຊຍ - ảnh 1ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky (ພາບ: AFP/TTXVN)

ແຈ້ງການຂອງ ສະພາແຫ່ງຊາດ ຢູແກຼນ Verkhovna Rada ໃຫ້ຮູ້ວ່າ ວັນທີ 20 ມີນາ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໄດ້ເຊັນກົດໝາຍວ່າດ້ວຍການຕໍ່ກໍານົດເວລາກົດໄອຍະການເສິກ ຢູ່ ຢູແກຼນ ໃນເວລາ 30 ວັນ ນັບແຕ່ວັນທີ 26 ມີນາ ເປັນຕົ້ນໄປ. ແຈ້ງການດັ່ງກ່າວໄດ້ຊີ້ແຈ້ງວ່າ ທ່ານປະທານາທິບໍດີ ຢູແກຼນ ໄດ້ຮັບຮອງເອົາລັດຖະດຳລັດວ່າດ້ວຍການຕໍ່ກຳນົດເວລາກົດໄອຍະການເສິກຢູ່ ຢູແກຼນ. ຕາມນັ້ນແລ້ວ, ກົດດັ່ງກ່າວຈະແກ່ຍາວໄລຍະສົງຄາມຢູ່ ຢູແກຼນ ເປັນເວລາ 30 ວັນ ນັບແຕ່ເວລາ 5 ໂມງ 30 ຂອງວັນທີ 26 ມີນາ 2022.

ໃນວັນດຽວກັນ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ກໍ່ຮຽກຮ້ອງການເຈລະຈາກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin, ພ້ອມທັງຖືວ່າ ການເຈລະຈາແມ່ນວິທີໜຶ່ງດຽວເພື່ອຢຸດຕິການປະທະກັນ.


 

ຕອບກັບ

ຂ່າວ/ບົດ​ອື່ນ