ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ, ໂ​ປ​ໂລຍ, ​ລິດ​ວາ ປຶກ​ສາ​ຫາ​ລື​ບັນ​ດາ​ບັນ​ຫາ​ຄວາມ​ໝັ້ນ​ຄົງ

(VOVWORLD) - ວັນທີ 28 ມິຖຸນາ, ຢູ່ນະຄອນຫຼວງ Kiev, ທ່ານປະທານາທິບໍດີ ຢູແກຼນ         Volodymyr Zelensky ໄດ້ພົບປະກັບຄູ່ຕຳແໜ່ງ ໂປໂລຍ, ທ່ານ Andrzej Duda ແລະ ຄູ່ຕຳແໜ່ງ  ລິດວາ ທ່ານ Gitanas Nauseda, ເຊິ່ງພວມຢູ່ຢ້ຽມຢາມປະເທດນີ້ ເພື່ອປຶກສາຫາລືກ່ຽວກັບບັນຫາຄວາມໝັ້ນຄົງ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

  ທີ່ການພົບປະ, ການນຳບັນດາປະເທດດັ່ງກ່າວໄດ້ປຶກສາຫາລືກ່ຽວກັບວຽກງານກະກຽມກອງປະຊຸມສຸດຍອດອົງການສົນທິສັນຍາອັດລັງຕິກເໜືອ (NATO), ເຊິ່ງຄາດວ່າຈະດຳເນີນໃນວັນທີ 11  ແລະ 12 ກໍລະກົດ ຢູ່ Vilnius (ລິດວາ). ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ຫວັງວ່າ ກອງປະຊຸມດັ່ງກ່າວ ຈະຍົກອອກຂໍ້ຕົກລົງສ້າງຄວາມສະດວກໃຫ້ ຢູແກຼນ ເຂົ້າຮ່ວມ NATO.

        ສ່ວນທ່ານປະທານາທິບໍດີ ລິດວາ Gitanas Nauseda ຢັ້ງຢືນວ່າ ໄດ້ສະໜັບສະໜູນ ຢູແກຼນ ເຂົ້າຮ່ວມ NATO, ພ້ອມທັງຖືວ່າ ກອງປະຊຸມສຸດຍອດ Vilnius ຈະຊ່ວຍຍູ້ໄວວິວັດທະນາການດັ່ງກ່າວ. ໃນຂະນະນັ້ນ, ທ່ານປະທານາທິບໍດີ ໂປໂລຍ Andrzej Duda ເນັ້ນໜັກວ່າ ການຮັບປະກັນຄວາມໝັ້ນຄົງໃຫ້ແກ່ ຢູແກຼນ ໃນວິວັດທະນາການກາຍເປັນສະມາຊິກ NATO ຢ່າງສົມບູນນັ້ນ ແມ່ນໜຶ່ງໃນບັນດາໜ້າທີ່ສຳຄັນທີ່ສຸດຂອງກອງປະຊຸມສຸດຍອດ.

ຕອບກັບ

ຂ່າວ/ບົດ​ອື່ນ