ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ຈະ​ໄປ​ຢ້ຽມ​ຢາມ ຕວັກ​ກີ​ໃນ​ທ້າຍ​ເດືອນ​ສິງ​ຫາ

(VOVWORLD) - ທ່ານປະທານາທິບໍດີ Erdogan ຈະປະກາດຂໍ້ສະເໜີເຊື່ອມຕໍ່ຄືນການເຈລະຈາສັນຕິພາບ ກ່ຽວກັບ ຢູແກຼນ ໃນບັນດາການປຶກສາຫາລືກັບຄູ່ຮ່ວມຕຳແໜ່ງ ລັດເຊຍ Vladimir Putin.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ຈະ​ໄປ​ຢ້ຽມ​ຢາມ ຕວັກ​ກີ​ໃນ​ທ້າຍ​ເດືອນ​ສິງ​ຫາ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: AFP/TTXVN)

ໜັງສືພິມ Hurriyet ຂອງຕວັກກີ ໄດ້ຄັດສະເໜີແຫຼ່ງຂ່າວໃນວັນທີ 7 ສິງຫາ ໂດຍໃຫ້ຮູ້ວ່າ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຈະໄປຢ້ຽມຢາມ ຕວັກກີໃນທ້າຍເດືອນສິງຫານີ້. ໃນຂອບເຂດການຢ້ຽມຢາມຄັ້ງນີ້, ທ່ານ Vladimir Putin ຈະພົບປະກັບຄູ່ຮ່ວມຕຳແໜ່ງຕວັກກີ Recep Tayyip Erdogan.

ໂຄງການດຳເນີນງານຂອງການເຈລະຈາຕ່າງໆ ຈະລວມມີບັນດາບັນຫາທີ່ກ່ຽວຂ້ອງຕະຫຼອດຮອດຈຸດເວລາເຊື່ອມຕໍ່ຂໍ້ຕົກລົງທັນຍາພືດຄືນໃໝ່, ການພົວພັນສອງຝ່າຍ, ການພົວພັນລະຫວ່າງຕວັກກີ, ອາແຊັກໄບຊານ ແລະ ອາກເມເນຍ, ກໍ່ຄືບັນດາມາດຕະການຊ່ວຍຫັນການພົວພັນລະຫວ່າງ ຕວັກກີ ແລະ ຊີຣີ ເປັນປົກກະຕິ.

ຕາມແຫຼ່ງຂ່າວຈາກຫ້ອງວ່າການປະທານາທິບໍດີ ຕວັກກີແລ້ວ, ທ່ານປະທານາທິບໍດີ Erdogan ຈະປະກາດຂໍ້ສະເໜີເຊື່ອມຕໍ່ຄືນການເຈລະຈາສັນຕິພາບ ກ່ຽວກັບ ຢູແກຼນ ໃນບັນດາການປຶກສາຫາລືກັບຄູ່ຮ່ວມຕຳແໜ່ງ ລັດເຊຍ Vladimir Putin. ຕວັກກີຈະໄດ້ຮັບການສະເໜີເປັນກາງໃນການແກ້ໄຂການປະທະກັນລະຫວ່າງສອງລັດເຊຍ - ຢູແກຼນ

ຕອບກັບ

ຂ່າວ/ບົດ​ອື່ນ