ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ປະ​ກາດ​ພ້ອມ​ແລ້ວ​ທີ່​ຈະ​ສືບ​ຕໍ່​ສະ​ໜອງ​ນ້ຳ​ມັນ​ອາຍ​ແກັດ ໃຫ້​ແກ່ ເອີ​ຣົບ

(VOVWORLD) -ລັດເຊຍ ບໍ່ຈຳກັດແຫຼ່ງສະໜອງ ແລະ ພ້ອມແລ້ວທີ່ຈະສະໜອງນ້ຳມັນອາຍແກັດເພີ່ມເຕີມໃນຍາມລະດູໃບໄມ້ຫຼົ່ນ - ລະດູໜາວ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ປະ​ກາດ​ພ້ອມ​ແລ້ວ​ທີ່​ຈະ​ສືບ​ຕໍ່​ສະ​ໜອງ​ນ້ຳ​ມັນ​ອາຍ​ແກັດ ໃຫ້​ແກ່ ເອີ​ຣົບ - ảnh 1ທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin  (ພາບ: AP)

ວັນທີ 12 ຕຸລາ, ທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin ຖະແຫຼງວ່າ ປະເທດນີ້ ພ້ອມແລ້ວທີ່ຈະສືບຕໍ່ສະໜອງນ້ຳມັນອາຍແກັດໃຫ້ແກ່ ເອີລົບຕາມລະບົບທໍ່ສົ່ງນ້ຳມັນທາງທິດເໜືອຄືເກົ່າ. ກ່າວຄຳເຫັນທີ່ກອງປະຊຸມຄົບຄະນະ “ພະລັງງານທົ່ວໂລກໃນໂລກຫຼາຍຂົ້ວ” ໃນຂອບເຂດເວທີປາໄສສາກົນ ສັບປະດາພະລັງງານ ລັດເຊຍ ຄັ້ງທີ 5 (REW 2022) ເຊິ່ງໄດ້ຈັດຂຶ້ນຢູ່ນະຄອນຫຼວງ ມົດສະກູ, ທ່ານປະທານາທິບໍດີ Putin ເນັ້ນໜັກວ່າ ລັດເຊຍ ບໍ່ຈຳກັດແຫຼ່ງສະໜອງ ແລະ ພ້ອມແລ້ວທີ່ຈະສະໜອງນ້ຳມັນອາຍແກັດເພີ່ມເຕີມໃນຍາມລະດູໃບໄມ້ຫຼົ່ນ - ລະດູໜາວ.

        ກ່ຽວຂ້ອງເຖິງບັນຫາລະບົບທໍ່ສົ່ງນ້ຳມັນທາງທິດເໜືອເລກ 1 ແລະ ເລກ 2 ຖືກຂັດຂ້ອງ, ທ່ານປະທານາທິບໍດີ Vladimir Putin ຖືວ່າ ນີ້ແມ່ນການກະທຳບຸກໂຈມຕີກໍ່ການຮ້າຍ ເພື່ອແນໃສ່ມ້າງທຳລາຍຄວາມໝັ້ນຄົງທາງດ້ານພະລັງງານຂອງທົ່ວທະວີບ, ພ້ອມດຽວກັນນັ້ນ ນີ້ແມ່ນກົນອຸບາຍເຮັດໃຫ້ສາຍພົວພັນລະຫວ່າງ ລັດເຊຍ ແລະ ສະຫະພາບເອີຣົບ (EU) ຖືກແຕກແຫງ.

ແອັງຕູ - ນັກຂ່າວ VOV ປະຈຳ ລັດເຊຍ


ຕອບກັບ

ຂ່າວ/ບົດ​ອື່ນ