ທ່ານປະທານາທິບໍດີ ລັດເຊຍ ຢັ້ງຢືນວ່າ IS ກັກຂັງຕົວປະກັນເກືອບ 700 ຄົນ ຢູ່ ຊີຣີ

(VOVWORLD) -ໃນວັນທີ 18 ຕຸລາ, ທ່ານປະທານາທິບໍດີລັດເຊຍ Vladimir Putin, ໄດ້ຖະແຫຼງວ່າ ບັນດາມືປືນທີ່ຂຶ້ນກັບອົງການ “ລັດອິດສະລາມ” (IS) ໄດ້ກັກຂັງຕົວປະກັນເກືອບ 700 ຄົນ ທີ່ເຂດຕ່າງໆຢູ່ ຊີຣີ ໂດຍບັນດາກໍາລັງອາເມລິກາໜູນຫຼັງຄວບຄຸມ. ນອກຈາກນັ້ນ,  IS ກໍອອກຄໍາຂາດນາບຂູ່ຈະປະຫານຊີວິດ 10 ຄົນ ໃນແຕ່ລະມື້.

ກ່າວຄໍາເຫັນທີ່ນະຄອນ Sochi ຕັ້ງຢູ່ແຄມທະເລດໍາ, ທ່ານປະທານາທິບໍດີລັດເຊຍ Vladimir Putin,  ໃຫ້ຮູ້ວ່າ ໃນຈໍານວນຕົວປະກັນນັ້ນ ມີຫຼາຍຄົນເປັນພົນລະເມືອງ ອາເມລິກາ ແລະ ເອີຣົບ. ທ່ານປະທານາທິບໍດີລັດເຊຍ Vladimir Putin ໃຫ້ຮູ້ຕື່ມອີກວ່າ IS ພວມເປີດກວ້າງສິດຄວບຄຸມ ຢູ່ເຂດດິນແດນຝັ່ງຊ້າຍແມ່ນໍ້າ Euphrates ໂດຍ ອາເມລິກາ ແລະ ບັນດາກໍາລັງໄດ້ ຮັບການໜູນຫຼັງຄວບຄຸມ ຈາກອາເມລິກາ.

        ເຈົ້າໜ້າທີ່ລັດເຊຍ ໃຫ້ຮູ້ວ່າ ເລື່ອງ IS ກັກຂັງຕົວປະກັນ ຈໍານວນ 700 ຄົນນັ້ນ ອາດຈະຮັບໃຊ້ໃຫ້ແກ່ຈຸດປະສົງ ສ້າງ “ແນວກັ້ນບັງ” ເມື່ອເຂົາປົບໜີອອກຈາກການບຸກໂຈມຕີຂອງກໍາລັງປະຊາທິປະໄຕ ຊີຣີ (SDF) ໂດຍ ອາເມລິກາ ໜູນຫຼັງ ຢູ່ ເຂດຝັ່ງຕາເວັນອອກ ແມ່ນໍ້າ Euphrates.


ຕອບກັບ

ຂ່າວ/ບົດ​ອື່ນ