ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສີ​ລັງ​ກາ ໄປ​ຢ້ຽມ​ຢາມ​ອິນ​ເດຍ ຢ່າງ​ເປັນ​ທາງ​ການ

(VOVWORLD) - ກະຊວງການຕ່າງປະເທດ ອິນເດຍ ໄດ້ເນັ້ນໜັກວ່າ ສີລັງກາ ແມ່ນຄູ່ຮ່ວມມືທີ່ສຳຄັນໃນນະໂຍບາຍ “ປະເທດບ້ານໃກ້ເຮືອນຄຽງຕ້ອງບຸລິມະສິດກ່ອນ” ແລະ ວິໄສທັດ ຄວາມໝັ້ນຄົງ ແລະ ການເຕີບໂຕໃຫ້ແກ່ທຸກຂົງເຂດ (SAGAR) ຂອງ ອິນເດຍ. 
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສີ​ລັງ​ກາ ໄປ​ຢ້ຽມ​ຢາມ​ອິນ​ເດຍ ຢ່າງ​ເປັນ​ທາງ​ການ - ảnh 1ທ່ານປະທານາທິບໍດີ ສີລັງກາ Ranil Wickremesinghe  ແລະ ທ່ານນາຍົກລັດຖະມົນຕີ ອີນເດຍ Narendra Modi (ພາບ: Daily FT)

ວັນທີ 20 ກໍລະກົດ, ທ່ານປະທານາທິບໍດີ ສີລັງກາ Ranil Wickremesinghe ໄດ້ເດີນທາງໄປຮອດນະຄອນຫຼວງ New Delhi,  ເລີ່ມຕົ້ນການຢ້ຽມຢາມອິນເດຍຢ່າງເປັນທາງການໃນໄລຍະເວລາສອງວັນ. ນີ້ແມ່ນການຢ້ຽມຢາມອິນເດຍຄັ້ງທຳອິດຂອງທ່ານ Ranil Wickremesinghe ນັບແຕ່ເວລາຮັບດຳລົງຕຳແໜ່ງເມື່ອເດືອນກໍລະກົດປີ 2022. ໃນຂອບເຂດການຢ້ຽມຢາມ, ທ່ານປະທານາທິບໍດີ Ranil Wickremesinghe ຈະພົບປະກັບຄູ່ຮ່ວມຕຳແໜ່ງ ອິນເດຍທ່ານ Droupadi Murmu, ພົບປະເຈລະຈາ ກັບທ່ານນາຍົກລັດຖະມົນຕີ Narendra Modi ແລະ ປຶກສາຫາລືກັບບັນດາເຈົ້າໜ້າທີ່ອາວຸໂສ ອິນເດຍ ກ່ຽວກັບບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ໃນຖະແຫຼງການຢ່າງເປັນທາງການ, ກະຊວງການຕ່າງປະເທດ ອິນເດຍ ໄດ້ເນັ້ນໜັກວ່າ ສີລັງກາ ແມ່ນຄູ່ຮ່ວມມືທີ່ສຳຄັນໃນນະໂຍບາຍ “ປະເທດບ້ານໃກ້ເຮືອນຄຽງຕ້ອງບຸລິມະສິດກ່ອນ” ແລະ ວິໄສທັດ ຄວາມໝັ້ນຄົງ ແລະ ການເຕີບໂຕໃຫ້ແກ່ທຸກຂົງເຂດ (SAGAR) ຂອງ ອິນເດຍ. ການຢ້ຽມຢາມຂອງທ່ານປະທານາທິບໍດີ ສີລັງກາ Ranil Wickremesinghe ຈະປະກອບສ່ວນປັບປຸງນ້ຳໃຈມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ ແລະ ຊອກຫາບັນດາມາດຕະການເພີ່ມທະວີການເຊື່ອມຕໍ່ ແລະ ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດໃນບັນດາຂົງເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ