ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຄາດ​ວ່າ​ຈະ​ມີ​ການ​ເຈ​ລະ​ຈາ​ກັບ​ທ່ານ ປະ​ທານ​ປະ​ເທດ ຈີນ ໃນ​ເດືອນ​ກໍ​ລະ​ກົດ

(VOVWORLD) -ທ່ານປະທານາທິບໍດີ ອາເມລິກາ Joe Biden ໃຫ້ຮູ້ວ່າ ຈະເຈລະຈາກັບທ່ານປະທານປະເທດ ຈີນ ສີຈິ້ນຜິງ ໃນຮອບເວລາ 10 ວັນຈະມາເຖິງ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຄາດ​ວ່າ​ຈະ​ມີ​ການ​ເຈ​ລະ​ຈາ​ກັບ​ທ່ານ ປະ​ທານ​ປະ​ເທດ ຈີນ ໃນ​ເດືອນ​ກໍ​ລະ​ກົດ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານມີແຜນເຈລະຈາກັບທ່ານປະທານປະເທດ ຈີນ ສີຈິ້ນຜິງ (ພາບ: AFP/TTXVN)

ວັນທີ 20 ກໍລະກົດ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໃຫ້ຮູ້ວ່າ ທ່ານມີແຜນເຈລະຈາກັບທ່ານປະທານປະເທດ ຈີນ ສີຈິ້ນຜິງ ໃນທ້າຍເດືອນນີ້. ໂດຍຕອບຄຳຖາມຕໍ່ວົງການນັກຂ່າວພາຍຫຼັງກັບມາຈາກການປະຕິບັດງານຢູ່ Massachusetts, ທ່ານປະທານາທິບໍດີ ອາເມລິກາ Joe Biden ໃຫ້ຮູ້ວ່າ ຈະເຈລະຈາກັບທ່ານປະທານປະເທດ ຈີນ ສີຈິ້ນຜິງ ໃນຮອບເວລາ 10 ວັນຈະມາເຖິງ.

ຖ້າມີການເຈລະຈາ, ນີ້ຈະແມ່ນການປຶກສາຫາລືຄັ້ງທຳອິດໃນ 4 ເດືອນຜ່ານມາ ລະຫວ່າງການນຳສອງປະເທດ ອາເມລິກາ ແລະ ຈີນ ໃນສະພາບການທີ່ອຳນາດການປົກຄອງ ວໍຊິງຕັນ ພວມຊັ່ງຊາຍົກເລີກພາສີນ້ຳເຂົ້າສິນຄ້າບາງຊະນິດຂອງຈີນ ເພື່ອແນໃສ່ຫຼຸດຜ່ອນໄພເງິນເຟີ້ສຳລັບຜູ້ບໍລິໂພກ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ