ທ່ານປະທານາທິບໍດີ ອາເມລິກາ ຖະແຫຼງວ່າ ອາດຈະບໍ່ເຂົ້າຮ່ວມກອງປະຊຸມກ່ຽວກັບ ອີຣານ ໂດຍລັດເຊຍ ສະເໜີ

(VOVWORLD) - ວັນທີ 15 ສິງຫາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ: ທ່ານອາດຈະບໍ່ເຂົ້າຮ່ວມກອງປະຊຸມສຸດຍອດດ່ວນກ່ຽວກັບ ອີຣານ ໂດຍທ່ານປະທານາທິບໍດີ ລັດເຊຍ Vladimir Putin ສະເໜີ. 
ທ່ານປະທານາທິບໍດີ ອາເມລິກາ ຖະແຫຼງວ່າ ອາດຈະບໍ່ເຂົ້າຮ່ວມກອງປະຊຸມກ່ຽວກັບ ອີຣານ ໂດຍລັດເຊຍ ສະເໜີ  - ảnh 1ທ່ານປະທານາທິບໍດີ Donald Trump (ພາບ: AFP/TTXVN) 

  ຖະແຫຼງການດັ່ງກ່າວ ໂດຍທ່ານປະທານາທິບໍດີ Donald Trump ໄດ້ຍົກອອກມາທີ່ກອງປະຊຸມຖະແຫຼງຂ່າວຢູ່ເທດສະບານ Bedminster, New Jersey. ທ່ານປະທານາທິບໍດີ Trump ກໍ່ໃຫ້ຮູ້ວ່າ ທ່ານຈະຊອກຫາວິທີການຈັດວາງຄຳສັ່ງລົງໂທດຄືນໃໝ່ຂອງສະຫະປະຊາຊາດສຳລັບ ອີຣານ ພາຍຫລັງສະພາຄວາມໝັ້ນຄົງສະຫະປະຊາຊາດປະຕິເສດເລື່ອງ ວໍຊິງຕັນ ພະຍາຍາມຕໍ່ກຳນົດເວລາຄຳສັ່ງຫ້າມອາວຸດສຳລັບປະເທດອິດສະລາມນີ້.

ກ່ອນໜ້ານັ້ນ, ທ່ານປະທານາທິບໍດີ ລັດເຊຍ Putin ໄດ້ຮຽກຮ້ອງບັນດາສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ເຢຍລະມັນ ຈັດຕັ້ງກອງປະຊຸມກ່ຽວກັບ ອີຣານ ແນໃສ່ຫຼີກລ້ຽງຄວາມເຄັ່ງຕຶງປີນຂັ້ນໄດຢູ່ເຂດອ່າວເປີເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ