ທ່ານປະທານາທິບໍດີObamaບົ່ງຕົວເອກອັກຄະລັດຖະທູດອາເມລິກາປະຈຳຫວຽດນາມ

ທ່ານປະທານາທິບໍດີObamaບົ່ງຕົວເອກອັກຄະລັດຖະທູດອາເມລິກາປະຈຳຫວຽດນາມ - ảnh 1
ທ່ານ Ted Osius
(ພາບຈາກອີນເຕີເນັດ)

(vovworld) – ວັນ​ທີ 15/5, ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ໄດ້​ບົ່ງ​ຕົວທ່ານ Ted Osius, ​ນັກ​ການ​ທູດ​, ຮອງ​ສາດສະດາຈານ ມະຫາວິ​ທະ​ຍະ​ໄລ  ​ເປັນ​ເອກ​ອັກຄະ​ລັດຖະທູດ​ຄົນ​ໃໝ່​ຂອງ ອາ​ເມ​ລິ​ກາ ປະຈຳ ຫວຽດນາມ ​ແທນ​ໃຫ້​ທ່ານ David Shear, ຜູ້​ທີ່​ໄດ້​ຮັບ​ການ​ບົ່ງ​ຕົວ​ເປັນ​ຜູ້​ຊ່ວຍ​ວຽກ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຮັບຜິດຊອບ​ເຂດ ອາຊີ​ຕາ​ເວັນ​ອອກ - ປາຊີ​ຟິກ. ປະຈຸ​ບັນ, ທ່ານ Osius ​ແມ່ນ​ຮອງ​ສາດສະດາຈານ​ຢູ່​ມະຫາວິທະຍາ​ໄລ​ສົງຄາມ​ແຫ່ງ​ຊາດ​ຢູ່ ວໍ​ຊິງ​ຕັນ ​ແລະ ​ແມ່ນ​ນັກ​ການ​ທູ​ດວິຊາ​ການ. ປີ 1996, ທ່ານ Osius ​ເຄີຍ​ມີໜ້າ​ໃນ​ຄະນະ​ເຈົ້າ​ໜ້າ​ທີ່ ອາ​ເມ​ລິ​ກາ ທຳ​ອິດ​ມາ ຫວຽດນາມ ນັບ​ແຕ່​ເມື່ອ 2 ປະ​ເທດ​ສ້າງ​ການ​ພົວພັນ 2 ຝ່າຍ​ເປັນ​ປົກກະຕິ ​ແລະ ທ່ານ​​ໄດ້ຢູ່ ຮ່າ​ໂນ້ຍ ໜຶ່ງ​ປີ​ເພື່ອ​ກະກຽມ​ພື້ນຖານ​ໂຄງ​ລ່າງໃຫ້ການມີໜ້າ​ຂອງ​ເອກ​ອັກຄະ​ລັດຖະທູດ ອາ​ເມ​ລິ​ກາ ຜູ້​ທຳ​ອິດ​ປະຕິບັດ​ໜ້ທີ່​ການ​ທູດ ຢູ່ ຫວຽດນາມ. ປີ 1997, ທ່ານ​ໄດ້​ຮັບ​ດຳລົງ​ຕຳ​ແໜ່​ງ​ເປັນ​ທູດ​ການ​ເມືອງ ຢູ່​ສະຖານກົງສູນ​ໃຫຍ່ ອາ​ເມ​ລິ​ກາ ປະຈຳ​ນະຄອນ ​ໂຮ່ຈີ​ມິນ. ການ​ບົ່ງ​ຕົວ​​ເອກ​ອັກຄະ​ລັດຖະທູດ ອາ​ເມ​ລິ​ກາ ປະຈຳ ຫວຽດນາມ ຕ້ອງ​​ໄດ້​ຮັບ​ການ​ໃຫ້​ສັດຕະຍາບັນ​ຈາກ​ສະພາ​ແຫ່ງ​ຊາດ.


ຂ່າວ/ບົດ​ອື່ນ