ທ່ານພົນເອກ ຟານວັນຢາງ ຕ້ອນຮັບເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ

(VOVWORLD) - ຫວຽດນາມ ຖືເປັນສຳຄັນ, ຍາມໃດກໍ່ໃຫ້ບຸລິມະສິດສູງສຸດ ໃຫ້ແກ່ການຮັດແໜ້ນ ແລະ ເພີ່ມທະວີສາຍພົວພັນກັບ ລາວ
ທ່ານພົນເອກ ຟານວັນຢາງ ຕ້ອນຮັບເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ - ảnh 1ທ່ານພົນເອກ ຟານວັນຢາງ, ຕ້ອນຮັບທ່ານເອກອັກຄະລັດຖະທູດ ລາວ ແສງເພັດ ຮຸ່ງບຸນຍວງ
(ພາບ: qdnd.vn)

          ຕອນບ່າຍວັນທີ 25 ກັນຍາ, ທີ່ສຳນັກງານກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ຫວຽດນາມ. ຢູ່ທີ່ນີ້, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ: ຫວຽດນາມ ຖືເປັນສຳຄັນ, ຍາມໃດກໍ່ໃຫ້ບຸລິມະສິດສູງສຸດ ໃຫ້ແກ່ການຮັດແໜ້ນ ແລະ ເພີ່ມທະວີສາຍພົວພັນກັບ ລາວ; ທ່ານເຊື່ອໝັ້ນວ່າ, ບໍ່ວ່າຈະດຳລົງຕຳແໜ່ງໃດກໍ່ຕາມ, ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ກໍ່ຈະປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີທີ່ສຸດ ແລະ ສືບຕໍ່ມອບນ້ຳໃຈຄວາມຮັກແພງເປັນພິເສດ ເພື່ອເພີ່ມພູນຄູນສ້າງສາຍພົວພັນລະຫວ່າງສອງປະເທດ.

          ສ່ວນທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ໄດ້ຢືນຢັນຄວາມສຳຄັນຂອງສາຍພົວພັນແບບພິເສດລະຫວ່າງ 2 ພັກ, 2 ລັດ, ກອງທັບ ແລະ ປະຊາຊົນ 2 ປະເທດ ລາວ-ຫວຽດນາມ. ທ່ານຊີ້ແຈ້ງວ່າ, ບໍ່ວ່າຈະດຳລົງຕຳແໜ່ງໃດກໍ່ຕາມ, ກໍ່ຈະສືບຕໍ່ມານະພະຍາຍາມປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ