ທ່ານພົນເອກເຈີ່ນດ້າຍກວາງຕ້ອນຮັບຫົວໜ້າກຸ່ມວິທະຍາສາດ-ເຕັກນິກອົງການປ້ອງກັນຄວາມສະຫງົບລັດເຊຍ

ທ່ານພົນເອກເຈີ່ນດ້າຍກວາງຕ້ອນຮັບຫົວໜ້າກຸ່ມວິທະຍາສາດ-ເຕັກນິກອົງການປ້ອງກັນຄວາມສະຫງົບລັດເຊຍ - ảnh 1
ທ່ານ​ພົນ​ເອກ ​ເຈີ່ນ​ດ້າຍ​ກວາງ ​ຕ້ອນຮັບ​
ທ່ານ​ພົນ​ໂທ Fetisov Andrey Alexandrovich
(ພາບ: cand.com.vn)

(vovworld) – ຕອນ​ບ່າຍ​ວັນ​ທີ 14/03, ຢູ່​ຮ່າ​ໂນ​ຍ, ທ່ານ​ພົນ​ເອກ ​ເຈີ່ນ​ດ້າຍ​ກວາງ, ລັດຖະມົນ​ຕີ​ວ່າ​ການ​ກະຊວງ​ຕຳຫລວດ ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ພົນ​ໂທ Fetisov Andrey Alexandrovich ຫົວໜ້າ​ກຸ່ມ​ວິທະຍາສາດ - ​ເຕັກ​ນິກອົງການ​ປ້ອງ​ກັນ​ຄວາມ​ສະຫງົ​ບ​​ສະ​ພະ​ພັນ ລັດ​ເຊຍ ພວມ​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ, ທ່ານ​ລັດຖະມົນຕີ ​ເຈີ່ນ​ດ້າຍ​ກວາງ ​ໃຫ້​ຮູ້​ວ່າ: ​ໃນ​ຊຸມ​ປີຜ່ານມາ, ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ກະຊວງ​ຕຳຫລວດ ຫວຽດນາມ ​ແລະ ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ສະຫະພັນ ລັດ​ເຊຍ ​ໄດ້​ຍູ້​ແຮງ, ນັບ​ມື້​ນັບ​ມີ​ປະສິດທິ​ຜົນ. ທ່ານ​ລັດຖະມົນຕີ ​ເຈີ່ນດ້າຍ​ກວາງ ​ເຊື່ອ​ໝັ້ນ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ອົງ​ການຈະ​ສືບ​ຕໍ່​ບັນລຸ​ໄດ້​ໝາກຜົນ​ແທດ​ຈິງ​ຫລາຍ​ຢ່າງ ​ໃນ​ບັນດາ​ຂົງ​ເຂດ​ຮ່ວມ​ມື, ປະກອບສ່ວນ​ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍທາງສັງຄົມ, ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ແຫ່ງ​ຊາດ​ຢູ່​ແຕ່ລະ​ປະ​ເທດ. ສ່ວນ​ທ່ານ​ພົນ​ໂທ Fetisov Andrey Alexandrovich ປາດ​ຖະໜາ​ວ່າ ​ທ່ານ​ລັດຖະມົນຕີ ​ເຈີ່ນ​ດ້າຍ​ກວາງ ຈະສືບ​ຕໍ່​ສະໜັບສະໜູນ​ເລື່ອງຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ອົງການ​ນີ້​ໃຫ້ນັບ​ມື້​ນັບ​ພັດທະນາ​ອັນ​ດີງາມ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ, ​ເພື່ອ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ ​ແລະ ​ໃນ​ທົ່ວ​ໂລກ.

ຂ່າວ/ບົດ​ອື່ນ