ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ມີຄວາມຫວັງຢາກມີການເຈລະຈາກັບ ສປປ.ເກົາຫຼີ ຕື່ມອີກໂດຍໄວ

(VOVWORLD) -ຕາມທ່ານ Mike Pompeo ແລ້ວ, ເຖິງວ່າກອງປະຊຸມດັ່ງກ່າວບໍ່ບັນລຸໄດ້ໝາກຜົນຄືດັ່ງຄວາມຫວັງກໍ່ຕາມ, ແຕ່ທັງສອງຝ່າຍກໍ່ບັນລຸໄດ້ບາດກ້າວຕ່າງໆ ແລະ ໃນປັດຈຸບັນທັງສອງຝ່າຍຍັງມີຫຼາຍວຽກທີ່ຕ້ອງປະຕິບັດ.
ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ມີຄວາມຫວັງຢາກມີການເຈລະຈາກັບ ສປປ.ເກົາຫຼີ ຕື່ມອີກໂດຍໄວ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo(ພາບ: CNBC)

ວັນທີ 4 ມີນາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ໄດ້ສະແດງຄວາມປາດຖະໜາວ່າ ອາເມລິກາ ຈະສົ່ງຄະນະປະຕິບັດງານໄປຍັງ ສປປ.ເກົາຫຼີ ໃນຊຸມອະທິດຈະມາເຖິງ, ພາຍຫຼັງສິ້ນສຸດກອງປະຊຸມສຸດຍອດຄັ້ງທີ ສອງ ລະຫວ່າງ ອາເມລິກາ - ສປປ.ເກົາຫຼີຢູ່ ຫວຽດນາມ ເຊິ່ງບໍ່ບັນລຸໄດ້ຂໍ້ຕົກລົງໃດໆ.

        . ໃນຖານະຕຳແໜ່ງແມ່ນນັກການທູດແຖວໜ້າຂອງ ອາເມລິກາ, ທ່ານ ມີຄວາມຫວັງວ່າ ສາມາດເກ້ຍກ່ອມ ສປປ.ເກົາຫຼີ ປ່ຽນແປງທັດສະນະທີ່ວ່າ ອາວຸດນິວເຄຼຍເປັນສີ່ງພຽງຢ່າງດຽວເພື່ອຮັບປະກັນຄວາມໝັ້ນຄົງໃຫ້ແກ່ປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ