ທ່ານຫງວຽນຊວນຟຸກ ກວດກາວຽກງານ ອະໄພຍະໂທດ

  ທ່ານຫງວຽນຊວນຟຸກ ກວດກາວຽກງານ ອະໄພຍະໂທດ - ảnh 1
(ພາບ:
.cand.com.vn)

(Vovworld) - ວັນ​ທີ 9/8, ທ່ານຫງວຽນຊວນຟຸກ ກຳມະການກົມການເມືອງ ຮອງນາຍົກລັດຖະມົນຕີ, ປະທານສະພາທີ່ປຶກສາອະໄພຍະໂທດໄດ້ໄປກວດກາ ການປະຕິບັດຂໍ້​ຕົກລົງ​ຂອງ​ປະທານ​ປະ​ເທດ​ກ່ຽວ​ກັບ​ການ​ອະ​ໄພ​ຍະ​ໂທດ​ປີ 2013 ຢູ່​ຄ້າຍຄຸ້ມ​ຂັງ​ຟູ​ເຊີນ 4 ຢູ່​ແຂວງ​ທາ​ຍງວຽນ. ກ່າວ​ຄຳ​ເຫັນທີ່​ການ​ເຮັດ​ວຽກ, ທ່ານ​ຮອງ​ນາຍົກລັດຖະມົນຕີຫງວຽນຊວນ​ຟຸກ ຊີ້​ແຈງ​ວ່າ: ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ​ຫວຽດນາມ ທີ່​ມີ​ຕໍ່​ຜູ້​ກະທຳ​ຜິດ ບໍ່​ພຽງ​ແຕ່​ແມ່ນການ​ລົງ​ໂທດ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ເສີມ​ຂະຫຍາຍ​ມູນ​ເຊື້ອ​ມະນຸດສະທຳ, ວັດທະນະທຳມະນຸດ​ຂອງ​ຊາດ ​ໃນ​ການ​ອະ​ໄພ​ຍະ​ໂທດ​ສຳລັບ​ຜູ້​ທີ່​ຮູ້​ກິນ​ແໜງ, ຊ່ວຍ​ເຂົາ​ເຈົ້າ​ເຈືອ​ຈານ​ເຂົ້າກັບ​ວົງ​ຄະນາ​ຍາດ​ຄືນ​ໃໝ່ ​ເພື່ອ​ກາຍ​ເປັນ​ພົນລະ​ເມືອງ​ຜູ້​ມີ​ຄຸນ​ປະ​ໂຫຍ​ດ​ໃຫ້​ແກ່​ສັງຄົມ​ອີກ​ດ້ວຍ. ​ເພື່ອ​ໃຫ້​ວຽກ​ງານ​ອະ​ໄພ​ຍະ​ໂທດ​ປີ 2013 ບັນລຸ​ປະສິດທິ​ຜົນ​ສູງ, ທ່ານ​ຮອງ​ນາຍົກລັດຖະມົນຕີຫງວຽນຊວນ​ຟຸກ ສະ​ເໜີ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນຕ່າງໆ​ເວົ້າລວມ ​ແລະ ຄ້າຍ​ຄຸ້ມ​ຂັງ​ຟູ​ເຊີນ 4 ​ເວົ້າສະ​ເພາະ ຕ້ອງ​ອີງ​ຕາມ​ກົດໝາຍ​ວ່າ​ດ້ວຍ​ການ​ອະ​ໄພ​ຍະ​ໂທດ, ຜັນ​ຂະຫຍາຍ​ຢ່າງ​ແໜ້ນ​ແຟ້ນ, ​ເຂັ້ມງວດ, ຖືກ​ຄົນ, ຖືກ​ຄາດໝາຍ ​ແລະ ຖືກຕ້ອງ​ຕາມ​ການ​ກຳນົດ​ຂອງ​ກົດໝາຍ.

 

ຂ່າວ/ບົດ​ອື່ນ