ທ່ານຫງວຽນເຕິນຢຸງ ເຂົ້າຮ່ວມງານຕະຫຼາດນັດ, ກອງປະຊຸມສຸດຍອດການ ລົງທຶນ-ການຄ້າອາຊຽນ-ຈີນ

ທ່ານຫງວຽນເຕິນຢຸງ ເຂົ້າຮ່ວມງານຕະຫຼາດນັດ, ກອງປະຊຸມສຸດຍອດການ ລົງທຶນ-ການຄ້າອາຊຽນ-ຈີນ - ảnh 1

ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງເຂົ້າຮ່ວມ​ງານ​ຕະຫຼາ​ດນັດ​ອາ​ຊຽນ-ຈີນ

(ພາບ: vietnamplus.vn)

 (vovworld)-  ຕອນ​​ເຊົ້າ​ວັນ​ທີ 2/9, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ​ແລະ ​ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ເດີນທາງ​ມາ​ຮອດ​ນະຄອນ​ໜານ​ໜິງ ​ແຂວງ​ກວາງຊີ ປະ​ເທດ​ຈີນ, ​ເລີ່​ມຕົ້ນບັນດາ​ການ​ເຄື່ອນ​ໄຫວ​ໃນ​ງານ​ຕະຫຼາດນັດ, ກອງ​ປະຊຸມ​ສຸດ​ຍອດ​ການ​ລົງທຶນ-​ການ​ຄ້າ​ອາ​ຊຽນ-ຈີນ ຄັ້ງທີ 10. ນີ້​ແມ່ນ​ຄັ້ງທີ 4 ທີ່ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ​ໄດ້​ເຂົ້າຮ່ວມງານ​ຕະຫຼາດນັດ, ກອງ​ປະຊຸມ​ສຸດ​ຍອດ​ການ​ລົງທຶນ-​ການ​ຄ້າ​ອາ​ຊຽນ-ຈີນ ​ໃນຖານະ​ເປັນ​ຜູ້ນຳ​ລັດຖະບານ​ຫວຽດນາມ ຊື່​ງສະ​ແດງ​ໃຫ້​ເຫັນ​ວ່າ: ​ພັກ, ລັດ​ຫວຽດນາມ ​ໄດ້ຖືການ​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ຮອບດ້ານ​ກັບ​ຈີນ ​ເປັນ​ສຳຄັນ, ປະກອບສ່ວນ​ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ລະຫວ່າງ​ສອງ​ປະ​ເທດ. ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ​ໄດ້​ເຂົ້າຮ່ວມງານ​ຕະຫຼາດນັດ, ກອງ​ປະຊຸມ​ສຸດ​ຍອດ​ການ​ລົງທຶນ-​ການ​ຄ້າ​ອາ​ຊຽນ-ຈີນ ຄັ້ງນີ້ ກໍ່​ແມ່ນ​ການສະ​ແດງ​ໃຫ້​ເຫັນ​ຄວາມ​ຕັ້ງໜ້າ​ຂອງ​ຫວຽດນາມ ຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 10 ປີ​ແຫ່ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ອາ​ຊຽນ-ຈີນ, ພ້ອມ​ທັງ​ເປັນ​ການ​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ຫວຽ​ດນາມ ​ໃນ​ການ​ໂຄສະນາ, ​ແນະນຳ​ບັນດາ​ກາລະ​ໂອກາດ​ເປີດກ້ວາງ​ການ​ຮ່ວມ​ມື​ດຳ​ເນີນ​ທຸລະ​ກິດ, ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງທຶນ.

  ດ້ວຍ​ຫົວ​ເລື່ອງ “ພັດທະນາ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ: ກາລະ​ໂອກາດ​ໃໝ່, ກຳລັງ​ໜູນ​ໃໝ່ ​ແລະ ​ໄລຍະ​ໃໝ່“, ງານ​ຕະຫຼາດນັດ, ວາງສະ​ແດງ​ອາ​ຊຽນ-ຈີນ ປີ​ນີ້ ມີ​ຮ້ານ​ວາງສະ​ແດງ​ສິນຄ້າປະມານ 3400 ຮ້ານ. ຈຸດ​ສຸມ​ຂອງ​ງານ​ຕະຫຼາດນັດ​ແມ່ນ​ເຂດວາງສະ​ແດງ​ແຫ່ງ​ຊາດ​ດ້ວຍ​ຫົວ​ເລື່ອງ “ນະຄອນ​ທີ່​ສວຍ​ງາມ“ ​ເພື່ອ​ແນ​ໃສ່​ແນະນຳ ​ແລະ ​ໂຄສະນາ​ນະຄອນ​ດີ​ເດັ່ນ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ ​ແລະ ຈີນ, ​ໃນ​ນັ້ນມີ​ນະຄອນ​ກູ​ຍ​ເຍິນ ​ແຂວງ​ບິງ​ດິ້ງ ຂອງ​ຫວຽດນາມ. ຄະນະ​ຫວຽດນາມ ​ເຂົ້າຮ່ວມ​ງານ​ຕະຫຼາດນັດ​ຄັ້ງນີ້​ດ້ວຍ​ຮ້ານ​ວາງສະ​ແດງ​ສິນຄ້າ 200 ຮ້ານ ​ແລະ ວິ​ສາ​ຫະກິດ​ກ່ວາ 100 ​ແຫ່ງ, ນຳ​ໜ້າ​ບັນດາ​ປະ​ເທດ​ອາ​ຊຽນ ​ແລະ ສາກົນ.

ຂ່າວ/ບົດ​ອື່ນ