ທ່ານຫວຽນເຕີນຢຸງ ເຂົ້າຮ່ວມກອງປະຊຸມ ລະລຶກ 20 ປີການ ພົວພັນຄູ່ເຈລະຈາ ອາຊຽນ - ອິນເດຍ

ທ່ານຫວຽນເຕີນຢຸງ ເຂົ້າຮ່ວມກອງປະຊຸມ ລະລຶກ 20 ປີການ ພົວພັນຄູ່ເຈລະຈາ ອາຊຽນ - ອິນເດຍ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽນ​ເຕີນຢຸງ
ໄປ​ຮອດ​ນະຄອນຫຼວງ ນິວ​ເດ​ລີ, ປະ​ເທດ​ອິນ​ເດຍ
(ພາບ: nguyentandung.biz)

(vovworld) - ວັນ​ທີ 20/12, ທ່ານ​ນາຍົກລັດຖະມົນຕີ ຫວຽນ​ເຕີນຢຸງ, ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ໄປ​ຮອດ​ນະຄອນຫຼວງ ນິວ​ເດ​ລີ, ປະ​ເທດ​ອິນ​ເດຍ, ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ ສະ​ເຫຼີ​ມສະຫຼອງ 20 ປີ ​ແຫ່ງ​ການ​ພົວພັນ​ຄູ່​ເຈລະຈາ ອາ​ຊຽນ - ອິນ​ເດຍ, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີອິນ​ເດຍ Manmohan Singh.

ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ ຫວຽນ​ເຕີນຢຸງ ພ້ອມ​ກັບ​ຫົວໜ້າ​ຄະນະບັນດາປະ​ເທດ​ອາ​ຊຽນ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄົບ​ຄະນະ ກອງ​ປະຊຸມ​ສຸດ​ຍອດ ສະ​ເຫຼີ​ມສະຫຼອງ 20 ປີ ​ແຫ່ງ​ການ​ພົວພັນ​ຄູ່​ເຈລະຈາ ອາ​ຊຽນ - ອິນ​ເດຍ. ຄະນະ​ຜູ້​ແທນ​ຫວຽດນາມ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ດ້ວຍ​ທິດ​ນຳ ”ຕັ້ງໜ້າ, ​ເປັນ​ເຈົ້າ​ການ, ​ແລະ ຮັບຜິດຊອບ”, ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ຄູ່​ເຈລະຈາ​ອາ​ຊຽນອິນ​ເດຍ​ໃຫ້​ພັດທະນາ​ຢ່າງ​ແທດ​ຈິງ, ມີ​ປະສິດທິ​ຜົນ​ກວ່າ, ດ້ວຍ​ຈຸດ​ສຸມ​​ແມ່ນ: ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ວິທະຍາສາດ​ເຕັກນິກ, ຮັດ​ແຄບ​ຊ່ອງ​ວ່າງ, ​ເພີ່ມ​ທະວີ​ການ​ເຊື່ອມ​ຈອດ, ໜູນ​ຊ່ວຍ​ອາ​ຊຽນກໍ່ສ້າງ​ປະຊາ​ຄົມ, ຮ່ວມ​ມື​ໃນ​ອານຸພາກ​ພື້ນ​​ແມ່​ນ້ຳຂອງ.

ກ່ອນ​ໜ້າ​ນັ້ນ, ທ່ານ​ນາຍົກລັດຖະມົນຕີ ຫວຽນ​ເຕີນຢຸງ ​ໄດ້​ມາ​ຢ້ຽມຢາມ ​ແລະ ​ໂອ້​ລົມ​ກັບ​ພະນັກງານ, ພາລະ​ກອນ​ສະຖານທູດ​ຫວຽດນາມ​, ພ້ອມ​ກັບ​ຜູ້​ຕ່າງ​ໜ້າ​ປະຊາ​ຄົມ​ຊາວ​ຫວຽດນາມ​ທີ່​ພວມ​ດຳລົງ​ຊີວິດ, ຮໍ່າຮຽນ​ຢູ່​ອິນ​ເດຍ. ທ່ານ​ນາຍົກລັດຖະມົນຕີ ຫວຽນ​ເຕີນຢຸງ, ຊີ້​ແຈ້ງວ່າ:

ປີ​ນີ້​ພວກ​ເຮົາ​ສາມາດ​ບັນລຸ​ວົງ​ເງິນ​ການ​ຄ້າສອງ​ສົ້ນ​ໄດ້ 4,3 ຕື້ໂດ​ລາ​ສະຫະລັດ ​ແລະ 7 ຕື້ໂດ​ລາ​ສະຫະລັດ ​ໃນ​ປີ 2015. ​ແຕ່​ການ​ນຳ​ເຂົ້າ​ເກີນ​ດູ່​ນຂອງ​ຫວຽດນາມ​ພັດຫຼາຍ​ໂພດ, ດັ່ງ​ນັ້ນ​ຕ້ອງ​ເປີດ​ຕະຫຼາດ​ສິນຄ້າ​ຂອງ​ຫວຽດນາມ​ ຕື່ມ​ອີກ​ຢູ່​ອິນ​ເດຍ, ​ແລະ ຊຸກຍູ້​ການ​ລົງທຶນ​ອີກ. ​ໂດຍ​ແມ່ນ​ປະ​ເທດ​ກວ້າງ​ໃຫຍ່​ຄື​ອິນ​ເດຍ, ​ແຕ່​ຈຳນວນ​ໂຄງການ​ລົງທຶນ​ຂອງ​ອິນ​ເດຍ​ເຂົ້າ​ຫວຽດນາມຍັງ​ໜ້ອຍ​ຢູ່. ບັນດາ​ອົງການ​ຕາງໜ້າ​ຂອງ​ຫວຽດນາມ ​ປະຈຳ​ອິນ​ເດຍຄວນ​ຊຸກຍູ້, ສ້າງ​ເງື່ອນ​ໄຂ ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ອິນ​ເດຍສືບ​ຕໍ່​ລົງທຶນ​ເຂົ້າ​ຫວຽດນາມ, ພ້ອມ​ທັງຊຸກຍູ້​ການທ່ອງທ່ຽວອີກ”

ຂ່າວ/ບົດ​ອື່ນ