ທ່ານອະດີດປະທານາທິບໍດີ Trump ຍາດໄຊຊະນະໃນການປ່ອນບັດໃນເບື້ອງຕົ້ນຢູ່ລັດ South Carolina

(VOVWORLD) - ດ້ວຍໄຊຊະນະຫຼ້າສຸດນີ້, ທ່ານ Trump ອາດຈະສ້າງຄວາມດັ່ນຕໍ່ທ່ານນາງ Haley, ບັງຄັບໃຫ້ທ່ານນາງຕ້ອງອອກຈາກການແຂ່ງຂັນເຂົ້າທຳນຽບຂາວ.
ທ່ານອະດີດປະທານາທິບໍດີ Trump ຍາດໄຊຊະນະໃນການປ່ອນບັດໃນເບື້ອງຕົ້ນຢູ່ລັດ South Carolina - ảnh 1ທ່ານອະດີດປະທານາທິບໍດີ ອາເມລິກາ Donald Trump
(ພາບ: AFP/TTXVN)

ທ່ານອະດີດປະທານາທິບໍດີ ອາເມລິກາ Donald Trump ຫາກໍ່ຍາດໄດ້ໄຊຊະໃນການເລືອກຕັ້ງໃນເບື້ອງຕົ້ນ ຂອງພັກສາທາລະນະຢູ່ລັດ South Carolina ໃນວັນທີ 24 ກຸມພາ, ຮັບໄຊຊະນະຕໍ່ທ່ານນາງອະດີດເອກອັກຄະລັດຖະທູດ ອາເມລິກາ ປະຈຳ ສະຫະປະຊາຊາດ Nikki Haley ຢູ່ລັດແຫ່ງບ້ານເກີດເມືອງນອນຂອງທ່ານນາງ. ກ່ອນໜ້ານັ້ນ, ທ່ານ Trump ໄດ້ຮັບໄຊຊະນະຢູ່ບັນດາລັດ Iowa, New Hampshire, Nevada ແລະ ໝູ່ເກາະ Virgin. ດ້ວຍໄຊຊະນະຫຼ້າສຸດນີ້, ທ່ານ Trump ອາດຈະສ້າງຄວາມດັ່ນຕໍ່ທ່ານນາງ Haley, ບັງຄັບໃຫ້ທ່ານນາງຕ້ອງອອກຈາກການແຂ່ງຂັນເຂົ້າທຳນຽບຂາວ.

ໃນສະພາບການນັ້ນ, ທ່ານນາງ Haley ຖະແຫຼງວ່າ ຈະສືບຕໍ່ເຂົ້າຮ່ວມການແຂ່ງຂັນຢ່າງໜ້ອຍສຸດແມ່ນຮອດຈຸດເວລາດຳເນີນບັນດາການເລືອກຕັ້ງໃນເບື້ອງຕົ້ນໃນວັນທ 05 ມີນາ.

ຕອບກັບ

ຂ່າວ/ບົດ​ອື່ນ