ທ່ານຮອງນາຍົກ ລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຢ້ຽມຢາມ Qatar ຢ່າງເປັນທາງການ

ທ່ານຮອງນາຍົກ ລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຢ້ຽມຢາມ Qatar ຢ່າງເປັນທາງການ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ ​
ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ເສດຖະກິດ ຫວຽດນາມ-Qatar
(ພາບ: chinhphu.vn)


(vovworld) - ວັນ​ທີ 14/12, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ເສດຖະກິດ ຫວຽດນາມ-Qatar ​ແລະ ຊຸມວັນ​ຫວຽດນາມ​ ຢູ່ Qatar ປີ 2014.

   ກ່າວ​ຄຳ​ເຫັນ​ທີ່​ເວທີປາໄສ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ ​ໃຫ້​ຮູ້​ວ່າ: ຫວຽດນາມ ພວມ​ຕັ້ງໜ້າ​ຊຸກຍູ້ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່ ​ແລະ ຫັນປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ, ​ຕິດຕາມ​ກວດກາ, ປ່ຽນ​ແປງ​ລະບົບ​ກົດໝາຍ, ​ເອກະສານ​ນິຕິ​ກຳ ​ເພື່ອ​ປັນ​ປຸງ​ລະບອບ​ເສດຖະກິດການ​ຕະຫຼາດ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ດ້ວຍ​ການ​ສ້າງ​ຕັ້ງ​ປະຊາ​ຄົມ​ ອາ​ຊຽນ 2015, ຫວຽດນາມ ບໍ່​ພຽງ​ແຕ່​ແມ່ນ​ປະຕູ​ທີ່​ສຳຄັນ​ຂອງ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຂົວ​ເຊື່ອມ​ຈອດ​ຕິດ​ພັນ​ບັນດາ​ພື້ນຖານ​ເສດຖະກິດ ອາ​ຊຽນ ກັບ​ບັນດາ​ປະ​ເທດ​ຕາ​ເວັນ​ອອກ​ກາງ ອີກ​ດ້ວຍ. ພ້ອມ​ກັບ​ບັນດາ​ຄຳ​ໝັ້ນ​ສັນຍາ WTO ​ແລະ 14 ສັນຍາ​ການ​ຄ້າ​ເສລີ (FTA) ​ເຊິ່ງ​ໄດ້​ຮັບ​ການ​ລົງ​ນາມ, ຫວຽດນາມ ຈະ​ແມ່ນ​ຂົວ​ຕໍ່​ທີ່​ສຳຄັນ​ຂອງ​ເຄືອ​ຂ່າຍຮ່ວມ​ສຳພັນເສດຖະກິດທີ່​ກ້ວາງ​ຂວາງ​ດ້ວຍ 55 ປະ​ເທດ, ​ເປີດ​ສະພາບ​ແວດ​ລ້ອມ​ສະດວກ​ໃຫ້​ແກ່​ວິ​ສາ​ຫະກິດ​ຕ່າງປະ​ເທດ​​ເຂົ້າລົງ​ທຶນ​ຢູ່ ຫວຽດນາມ. ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ເສດຖະກິດ ຫວຽດນາມ-Qatar ກໍ່​ແມ່ນ​ກາລະ​ໂອກາດ​ທີ່​ດີ ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ 2 ປະ​ເທດ ສ້າງ​ຕັ້ງ​ການ​ພົວພັນ ​ແລະ ​ເພີ່ມ​ທະວີ​ການ​ເຊື່ອມ​ຈອດ.

       ທີ່​ເວທີ​ປາ​ໄສ, ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ ​ແລະ ຫ້ອງການ​ການ​ຄ້າ ​ແລະ ອຸສາ​ຫະກຳ Qatar ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບການ​ຮ່ວມ​ມື. ຢູ່​ນອກ​ເວທີ​ປາ​ໄສ, ​​ໂດຍໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກ​ດ ຫວຽດນາມ ​ໄດ້ຈັດ​ຕັ້ງ​ການ​ພົບ​ປະ​ກັບ​ຄູ່​ຮ່ວມ​ມືທີ່ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ ສຳ​ເລັດ​ຜົນ​ດ້ວຍ​ຈຳນວນ​ແຂກ​ເຂົ້າ​ຮ່ວມ​​ເປັນ​ຈຳນວນ​ຫຼວງ​ຫຼາຍ.

ຂ່າວ/ບົດ​ອື່ນ