ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ດ້ຽນບານ

ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ດ້ຽນບານ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນ Nguyen Xuan Phuc
ພົບ​ປະ​ກັບຜູ້​ມີ​ສິດ​ເລືອກ​ຕັ້ງ​​ເມືອງ ດ້ຽນບານ
( ພາບ; .chinhphu.vn )

( vovworld ) -   ຕອນ​ເຊົ້າ​ວັນ​ທີ 27/6, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc ​ໄດ້​ມີ​ການ​ພົບ​ປະ​ກັບຜູ້​ມີ​ສິດ​ເລືອກ​ຕັ້ງ​​ເມືອງ ດ້ຽນບານ, ​ແຂວງ​ກວາງ​ນາມ ພາຍຫຼັງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 3 ສະພາ​ແຫ່ງ​ຊາດ​ຫວຽດນາມ ​ຊຸດ​ທີ 13. ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ໄດ້​ແຈ້ງ​ໃຫ້​ຊາບ​ບາງໝາກຜົນ​ຂອງ​ກອງ​ປະຊຸມ​ເທື່​ອທີ 3, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ກ່ຽວ​ກັບສະ​ພາບ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ຊາດ. ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ກໍ່​ຮັບ​ຮູ້​ເລື່ອງ​ແກ້​ໄຂ​ບັນດາ​ຂໍ້​ສະ​ເໜີ​ແນະ​ເຊິ່ງຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ​ດ້ຽນບານ,​​ ແຂວງກວາງ​ນາມ ​ມີ​ຄວາມ​ສົນ​ໃຈ​. ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ເນັ້ນ​ໜັກ​ວ່າ.

        “ ສສຊ ຫຼາຍ​ທ່ານ​ໄດ້ຍົກ​​ໃຫ້​ເຫັນກ​ບັນດາ​ບັນຫາ​ໃຫຍ່​ເຊິ່ງປະ​ເທດ, ສັງຄົມ​ພວມ​ເອົາ​ໃຈ​ໃສ່. ຂ້າພະ​ເຈົ້າ​ຕັກ​ເຕື່ອນ​ບັນດາ​ສະຫາຍ​ຢູ່ຂັ້ນເມືອງ, ​ແຂວງ​ວ່າ ຄວນ​ເພີ່ມ​ທະວີ​ການ​ໂອ້​ລົມ​ສົນທະນາກັບ​ປະຊາຊົນ, ຮັບ​ຟັງ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົນ, ອະທິບາຍ​ໃຫ້​ປະຊາ​ຊົນ​ເພື່ອ​ຂົນຂວາຍ​ປະຊາຊົນປະຕິບັດ​​ແຜນນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ​ເປັນ​ຢ່າງ​ດີ. ດ້ານໜຶ່ງ, ພວກ​ເຮົາ​ເພື່ມທະວີກົດ​ລະບຽບ​ຂໍ້​ບັງ​ຄັບ​ຂອງ​ປະ​ເທດ​ຊາດທີ່​ມີ​ຕໍ່​ສັງຄົມ, ດ້ານ​ອື່ນ​ອີກ​ພວກ​ເຮົາ​ຕ້ອງ​​ໃກ້​ຊິດ​ຕິດ​​ແທດກັບ​ປະຊາຊົນ​ແມ່ນ​ມີ​ຄວາມສຳຄັນ​ຍິ່ງ, ​ຈາກ​ນັ້ນ​ຈະແກ້​ໄຂ​ບັນດາ​ບັນຫາ​ຂອງ​ປະຊາຊົນ ”

        ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ຄະນະ​ສສຊ​ແຂວງ​ເຊີນ​ລາ ​ໂດຍ​ທ່ານ Nguyen Van Hien, ກຳມະການ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ຫົວໜ້າ​ກຳມາທິການ​ຍຸດຕິ​ທຳຂອງ​ສະພາ​ແຫ່ງ​ຊາດ, ນຳ​ໜ້າ​ໄດ້ມີ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຕາ​ແສງ ຫງອກ​ຈ໋ຽັນ, ​ເມືອງ​ ເມື​່ອງລາ, ​ແຂວງ​ເຊີນ​ລາ. ໜ້າ​ທີ່​ນີ້,ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄດ້​ມີບັນດາ​ຂໍ້​ຂໍ້ສະ​ເໜີ​ແນະວ່າ ຄວນ​ມີ​ບັນດາ​ມາດ​ຕະການ​ຢ່າງ​ລະອຽດ ​ແລະ ​ໃຫ້​ບຸລິມະສິດ​​​ແກ່​ເຂດ​ພູດ​ອຍ, ​ເຂດ​ຫ່າງ​ໄກ​ສອກ​ຫຼີກ​ໃນ​ຍຸດ​ທະ​ສາດ​ພັດທະນາ​ເສດ​ຖະກິດ​ສັງຄົມ ​ເພື່ອ​ຫຼຸດຜ່ອນ​ອັດຕາ​ຄອບຄົວ​ທຸກ​ຍາກ, ພິ​ເສດ​​ສະພາ​ແຫ່ງ​ຊາດ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານຊົດ​ເຊີຍ ຍົກຍ້າຍ​ປະຊາຊົນຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ຄືນ​ໃໝ່​ໃຫ້​ດີ​ກ່ວາ​ອີກ. ທ່ານ Nguyen Van Hien ​ເວົ້າ​ວ່າ.

        “ ບັນ​ຫາ​ນະ​ໂຍບາຍ​ສຳລັບ​ປະຊາຊົນຕັ້ງຖິ່ນ​ຖານ​ຄົງ​ທີ່​ຄືນ​ໃໝ່ ​ແມ່ນ​ນະ​ໂຍບາຍ​ທີ່​ໃຫຍ່​ຫຼວງ​ຂອງ​ພັກ, ລັດ, ຂ້າພະ​ເຈົ້າ​ສະ​​ເໜີ​ໃຫ້​ຄະນະ​ພັກ​ແຂວງ, ຄະນະ​ກຳມະການ​ປະຊາຊົນ​ຂັ້ນ​ແຂວງ, ຂັ້ນ​​ເມືອງຕາ​ແສງ, ບັນດາ​ສະຫາຍ​ຕ້ອງ​ຄົ້ນ​ຄວ້າ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ລັດ​ເປັນ​ຢ່າງ​ດີ ​ເພື່ອ​ໃຫ້​ປະຊາຊົນ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ​ຢູ່​ບ່ອນ​ໃໝ່ຊຶ່ງ​ມີ​ລະດັບ​ທຽບ​ເທົ່າ ​ຫຼື ດີກ​ວ່າ​ຢູ່​ບ່ອນ​ເກົ່າ ”.

ຂ່າວ/ບົດ​ອື່ນ