ທ່ານຮອງນາຍົກລັດຖະມົນຕີ ມາຍວັນຈິງ: ຂະແໜງທ່ອງທ່ຽວຕ້ອງບຸກທະລຸເພື່ອພັດທະນາແບບຍືນຍົງ
(VOVWORLD) - ຕອນເຊົ້າວັນທີ 13 ມັງກອນ, ຢູ່ສຳນັກງານລັດຖະບານ, ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ມາຍວັນຈິງ, ຫົວໜ້າຄະນະຊີ້ນຳແຫ່ງລັດກ່ຽວກັບຂະແໜງທ່ອງທ່ຽວ, ໄດ້ເປັນປະທານກອງປະຊຸມຄະນະຊີ້ນຳ.
ທ່ານຮອງນາຍົກລັດຖະມົນຕີ ມາຍວັນຈິງ ເປັນປະທານກອງປະຊຸມ |
ໃນກອງປະຊຸມ, ຜູ້ຕາງໜ້າບັນດາກະຊວງຂະແໜງການກໍມີການວິເຄາະ ແລະ ນຳສະເໜີບັນດາມາດຕະການເພື່ອໃຫ້ ຫວຽດນາມ ດຶງດູດແຂກທ່ອງທ່ຽວ, ພິເສດແມ່ນແຂກທ່ອງທ່ຽວສາກົນ. ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ມາຍວັນຈິງ ເນັ້ນໜັກວ່າ ເພື່ອບັນລຸໄດ້ເປົ້າໝາຍທີ່ວາງອອກໃນປີ 2026 ນັ້ນແມ່ນ ຕ້ອນຮັບແຂກທ່ອງທ່ຽວສາກົນໃຫ້ໄດ້ 25 ລ້ານເທື່ອຄົນ, ແຂກທ່ອງທ່ຽວພາຍປະເທດ 150 ລ້ານເທື່ອຄົນ, ຂະແໜງທ່ອງທ່ຽວຕ້ອງບຸກທະລຸໃນການພັດທະນາແບບຍືນຍົງ, ປະກອບສ່ວນເຂົ້າໃນເປົ້າໝາຍເຕີບໂຕ GDP 2 ຕົວເລກໃນຊຸມປີຕໍ່ໄປ. ທ່ານກ່າວວ່າ:
“ພວກຂ້າພະເຈົ້າຕ້ອງມີວິທີການສຳຜັດໃໝ່ ຫັນຈາກຈິນຕະນາການຟື້ນຟູໄປສູ່ຈິນຕະນາການເຕີບໂຕແບບແກ້ງແຍ້ງ ແລະ ພັດທະນາແບບຍືນຍົງ, ຕ້ອງມີມາດຕະການບຸກທະລຸ. ນັ້ນແມ່ນສືບຕໍ່ສ້າງລະບອບລະບຽບການໃຫ້ສົມບູນແບບ, ແກ້ໄຂຈຸດອຸດຕັນ, ຕ້ອງລະດົມບັນດາແຫຼ່ງກຳລັງເພື່ອລົງທຶນໂຄງປະກອບໂຄງລ່າງຮັບໃຊ້ລວມໃຫ້ແກ່ບັນດາຂະແໜງການ, ກໍຄືຂະແໜງທ່ອງທ່ຽວ; ຍູ້ແຮງການສ້າງໂຄງປະກອບໂຄງລ່າງຫັນເປັນດີຈີຕອນ, ການລົງທຶນຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ. ຄະນະຊີ້ນຳຕ້ອງສົມທົບກັບບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຢ່າງແໜ້ນແຟ້ນ ເຮັດແນວໃດເພື່ອຊຸກຍູ້ຂະແໜງເສດຖະກິດສັງລວມຂອງການທ່ອງທ່ຽວພັດທະນາ.”