ປະທານ ສະພາແຫ່ງຊາດ ເຈິ່ນແທັງເໝິນ ຕ້ອນຮັບເອກອັກຄະລັດຖະທູດບັນດາປະເທດເຂົ້າຢ້ຽມອຳລາ
(VOVWORLD) - ຕອນບ່າຍວັນທີ 13 ມັງກອນ, ຢູ່ຫໍສະພາແຫ່ງຊາດ, ຮ່າໂນ້ຍ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງເອກອັກຄະລັດຖະທູດ ກຳປູເຈຍ Chea Kimtha, ທ່ານເອກອັກຄະລັດຖະທູດ ອາເມລິກາ Marc Knapper ແລະ ທ່ານເອກອັກຄະລັດຖະທູດ ຟີລິບປິນ Maynardo L.B. Montealegrea ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ ຫວຽດນາມ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ຕ້ອນຮັບທ່ານນາງ Chea Kimtha ເອກອັກຄະລັດຖະທູດ ກຳປູເຈຍ ປະຈຳ ຫວຽດນາມ |
ໃນການຕ້ອນຮັບທ່ານນາງ Chea Kimtha ເອກອັກຄະລັດຖະທູດ ກຳປູເຈຍ ປະຈຳ ຫວຽດນາມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ຕີລາຄາສູງການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາສູງ, ສະພາແຫ່ງຊາດ ກຳປູເຈຍ ໃນໄລຍະຜ່ານມາ ຜ່ານທຸກແງ່ມູມສອງຝ່າຍ ແລະ ຫຼາຍຝ່າຍ; ສະເໜີໃຫ້ຝ່າຍ ກຳປູເຈຍ ສືບຕໍ່ໃຫ້ຄວາມເອົາໃຈໃສ່, ສ້າງເງື່ອນໄຂສະດວກກ່ຽວກັບນິຕິກຳເພື່ອໃຫ້ຊາວກຳປູເຈຍເຊື້ອຊາດ ຫວຽດນາມ ມີການດຳລົງຊີວິດເປັນປົກກະຕິ, ປະກອບສ່ວນຕັ້ງໜ້າເຂົ້າໃນການພັດທະນາຂອງ ກຳປູເຈຍ ແລະ ສາຍພົວພັນມິດຕະພາບລະຫວ່າງສອງປະເທດ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ຕ້ອນຮັບທ່ານ Marc Knapper ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ |
ສ່ວນໃນການຕ້ອນຮັບທ່ານ Marc Knapper ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ສະເໜີໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນຄະນະການນຳສະພາແຫ່ງຊາດ, ບັນດາກຳມາທິການ ແລະ ສະມາຊິກສະພາແຫ່ງຊາດສອງປະເທດ; ຊຸກຍູ້ການຮ່ວມມືໃນບັນດາຂົງເຂດບຸລິມະສິດ.
ທ່ານ Marc Knapper ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ຢັ້ງຢືນວ່າ ເຖິງວ່າໃນອະນາຄົດຈະຢູ່ໃນຖານະຕຳແໜ່ງໃດກໍຕາມ, ທ່ານຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັດແໜ້ນສາຍພົວພັນລະຫວ່າງສອງປະເທດໃຫ້ເລິກເຊິ່ງກວ່າອີກ.