ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຮອດ​ປີ 2045 ທຳ​ຄວາມ​ສະ​ອາດ​ເນື້ອ​ທີ່​ດິນ​ຖືກ​ມົນ​ລະ​ພິດ​ຈາກ​ລູກ​ລະ​ເບີດ​ໃຫ້​ສຳ​ເລັດ​ໂດຍ​ພື້ນ​ຖານ

(VOVWORLD) -   ຕອນບ່າຍວັນທີ 13 ມັງກອນ ຢູ່ສຳນັກງານລັດຖະບານ, ຮ່າໂນ້ຍ, ຄະນະຊີ້ນຳແຫ່ງຊາດແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດ ແລະ ທາດພິດເຄມີພາຍຫຼັງສົງຄາມ ຫວຽດນາມ (ຄະນະຊີ້ນຳ 701) ໄດ້ຈັດກອງປະຊຸມສະຫຼຸບໂຄງການເຄື່ອນໄຫວແຫ່ງຊາດແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດພາຍຫຼັງສົງຄາມໄລຍະ 2010 – 2025.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຮອດ​ປີ 2045 ທຳ​ຄວາມ​ສະ​ອາດ​ເນື້ອ​ທີ່​ດິນ​ຖືກ​ມົນ​ລະ​ພິດ​ຈາກ​ລູກ​ລະ​ເບີດ​ໃຫ້​ສຳ​ເລັດ​ໂດຍ​ພື້ນ​ຖານ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ

ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີໃຫ້ຍູ້ໄວລະດັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດ, ຮອດປີ  2045 ປະຕິບັດເປົ້າໝາຍທຳຄວາມສະອາດເນື້ອທີ່ດິນຖືກມົນລະພິດຈາກລູກລະເບີດ ມີຄວາມເລິກຮອດ 0,5 ແມັດໂດຍພື້ນຖານ; ຍູ້ແຮງວຽກງານຄົ້ນຄວ້າ, ໝູນໃຊ້ບັນດາຜົນງານວິທະຍາສາດ ແລະ ເຕັກໂນໂລຢີຕິດພັນກັບການຫັນເປັນດີຈີຕອນ ມຸ່ງໄປເຖິງເປົ້າໝາຍເປັນເຈົ້າຂອງເຕັກໂນໂລຢີເກັບກູ້ລະເບີດຍັງບໍ່ທັນແຕກ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຮອດ​ປີ 2045 ທຳ​ຄວາມ​ສະ​ອາດ​ເນື້ອ​ທີ່​ດິນ​ຖືກ​ມົນ​ລະ​ພິດ​ຈາກ​ລູກ​ລະ​ເບີດ​ໃຫ້​ສຳ​ເລັດ​ໂດຍ​ພື້ນ​ຖານ - ảnh 2ກອງປະຊຸມສະຫຼຸບໂຄງການເຄື່ອນໄຫວແຫ່ງຊາດແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດພາຍຫຼັງສົງຄາມໄລຍະ 2010 – 2025.

ອີກຄັ້ງໜຶ່ງ, ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ສືບຕໍ່ຕັ້ງໜ້າ, ເປັນເຈົ້າການໃນວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດຫຼັງສົງຄາມ ແລະ ປາດຖະໜາວ່າ ລັດຖະບານບັນດາປະເທດ, ບັນດາອົງການຈັດຕັ້ງສາກົນສືບຕໍ່ຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ແລະ ລູກລະເບີດ.ທ່ານກ່າວວ່າ:

        “ພວກຂ້າພະເຈົ້າມີຄວາມຕື້ນຕັນໃຈທີ່ສຸດ, ນີ້ແມ່ນການກະທຳອັນສູງສົ່ງ, ຈົບງາມລະຫວ່າງມະນຸດດ້ວຍກັນ; ຂ້າພະເຈົ້າຕີລາຄາສູງຕໍ່ຄວາມເອົາໃຈໃສ່ຂອງພວກເພື່ອນທີ່ມີຕໍ່ການສູນເສຍຂອງຊາດພວກຂ້າພະເຈົ້າ. ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດແມ່ນສ່ວນໜຶ່ງ ແຕ່ນີ້ກໍແມ່ນຄຳກ່າວເຕືອນສົງຄາມ ແລະ ການສະໜັບສະໜູນສັນຕິພາບອີກດ້ວຍ. ພວກຂ້າພະເຈົ້າຢາກສະແດງທັດສະນະວ່າ ບໍ່ຫວັງໃຫ້ປະເທດໃດ ແລະ ປະຊາຊົນຜູ້ໃດຖືກຕົກໃນສະພາບສົງຄາມ, ເພາະວ່າມັນມີຜົນຮ້າຍຕາມມາຢ່າງຍາວນານ.”

ຕອບກັບ

ຂ່າວ/ບົດ​ອື່ນ