ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກວດກາສູນຄຸ້ມຄອງ, ບໍລິຫານໜູນຊ່ວຍການປິ່ວປົວ Covid-19 ຜ່ານເຄືອຂ່າຍອີນເຕີແນັດ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ໄດ້ຊີ້ນຳ ແລະ ບໍລິຫານວຽກງານປ້ອງກັນໂລກລະບາດຢູ່ໂຮງໝໍເຂດຮ້ອນສູນກາງເລກ 2
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກວດກາສູນຄຸ້ມຄອງ, ບໍລິຫານໜູນຊ່ວຍການປິ່ວປົວ Covid-19 ຜ່ານເຄືອຂ່າຍອີນເຕີແນັດ - ảnh 1(ພາບປະກອບ: VGP)

ວັນທີ 08 ມີນາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ Covid-19, ໄດ້ລົງຢ້ຽມຢາມ ແລະ ກວດກາຢູ່ສູນຄຸ້ມຄອງ, ບໍລິຫານໜູນຊ່ວຍດ້ານວິຊາສະເພາະ, ບົ່ງມະຕິ, ປິ່ນປົວ Covid-19 ຜ່ານເຄືອຂ່າຍອີນເຕີແນັດຢູ່ກົມຄຸ້ມຄອງການກວດ, ປິ່ນປົວພະຍາດ (ກະຊວງສາທາລະນະສຸກ) ຢູ່ນະຄອນຫຼວງຮ່າໂນ້ຍ.

          ຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ຊີ້ນຳ ແລະ ບໍລິຫານວຽກງານປ້ອງກັນໂລກລະບາດຢູ່ໂຮງໝໍເຂດຮ້ອນສູນກາງເລກ 2, ເຊິ່ງແມ່ນເຂດພວມປິ່ນປົວໃຫ້ຜູ້ຕິດພະຍາດ Covid-19 ຈຳນວນ 9 ຄົນທີ່ມາຈາກຮ່າໂນ້ຍ ແລະ ກວາງນິງ. ປະຈຸບັນ, ອາການສຸຂະພາບຂອງບັນດາຄົນເຈັບໄດ້ເປັນປົກກະຕິ, ບໍ່ເປັນໄຂ້ອີກແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ