ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເຂົ້າຮ່ວມພິທີເຊີດຊູ ແລະ ມອບລາງວັນທ່ອງທ່ຽວຫວຽດນາມ 2019

(VOVWORLD) -ຕອນຄໍ່າວັນທີ 15 ກໍລະກົດ, ຢູ່່ຮ່າໂນ້ຍ, ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ຈັດຕັ້ງພິທີເຊີດຊູ ແລະ ມອບລາງວັນທ່ອງທ່ຽວຫວຽດນາມ ປີ 2019.
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເຂົ້າຮ່ວມພິທີເຊີດຊູ ແລະ ມອບລາງວັນທ່ອງທ່ຽວຫວຽດນາມ 2019 - ảnh 1ພິທີເຊີດຊູ ວິສາຫະກິດທ່ອງທ່ຽວແຖວໜ້າ ແລະ ມອບລາງວັນທ່ອງທ່ຽວຫວຽດນາມ  2019 (ພາບ:TTXVN) 

ພິທີເຊີດຊູ ວິສາຫະກິດທ່ອງທ່ຽວແຖວໜ້າ ແລະ ມອບລາງວັນທ່ອງທ່ຽວຫວຽດນາມ  2019 ຖືກຈັດຂຶ້ນ ເພື່ອແນໃສ່ຄັດເລືອກ, ເຊີດຊູບັນດາຫົວໜ່ວຍ, ວິສາຫະກິດ ທີ່ມີການປະກອບສ່ວນຕັ້ງໜ້າ ເຂົ້າໃນພາລະກິດພັດທະນາການທ່ອງທ່ຽວຢູ່ຫວຽດນາມ ແລະ ຍົກສູງຄຸນນະພາບ ການບໍລິການ, ສ້າງຜະລິດຕະພັນທ່ອງທ່ຽວໃຫ້ເປັນຫຼາຍຮູບຫຼາຍແບບ, ສ້າງເຄື່ອງໝາຍ ການຄ້າທ່ອງທ່ຽວແຫ່ງຊາດເປັນເທື່ອລະກ້າວ, ຊຸກຍູ້ການພັດທະນາ ການທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມຂອງປະເທດ. ຄະນະຈັດຕັ້ງ ໄດ້ມອບລາງວັນທັງໝົດ 100 ລາງວັນ ໃຫ້ແກ່ບັນດາວິສາຫະກິດ, ຫົວໜ່ວຍທີ່ມີການປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການພັດທະນາຂອງຂະແໜງການທ່ອງທ່ຽວຫວຽດນາມ ຄື ວິສາຫະກິດດໍາເນີນທຸລະກິດການບໍລິການທ່ອງທ່ຽວສາກົນດີທີ່ສຸດ ເຊິ່ງໄດ້ພາແຂກທ່ອງທ່ຽວສາກົນມາທ່ອງທ່ຽວຢູ່ຫວຽດນາມ; 10 ວິສາຫະກິດດໍາເນີນທຸລະກິດການທ່ອງທ່ຽວພາຍໃນປະເທດ ດີທີ່ສຸດ ຢູ່ຫວຽດນາມ; ໂຮງແຮມ 5 ດາວດີທີ່ສຸດຢູ່ຫວຽດນາມ... “ລາງວັນທ່ອງທ່ຽວຫວຽດນາມ” ແມ່ນລາງວັນອັນສູງສົ່ງຂອງຂະແໜງການທອ່ງທ່ຽວ ໂດຍກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວຫວຽດນາມ ຊີ້ນໍາຈັດຕັ້ງປະຕິບັດ.


ຕອບກັບ

ຂ່າວ/ບົດ​ອື່ນ