ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເຂົ້າຮ່ວມພິທີເຊີດຊູວິສາຫະກິດການທ່ອງທ່ຽວແຖວໜ້າຂອງຫວຽດນາມ

(VOVWORLD) -ຜ່ານໄລຍະທາງ 58 ປີ ແຫ່່ງການສ້າງຕັ້ງ ແລະ ເຕີບໃຫຍ່,ຖານະບົດບາດຂອງຂະແໜງການທ່ອງທ່ຽວຂອງຫວຽດນາມ ນັບມື້ນັບໄດ້ຮັບການຢັ້ງຢືນ.

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເຂົ້າຮ່ວມພິທີເຊີດຊູວິສາຫະກິດການທ່ອງທ່ຽວແຖວໜ້າຂອງຫວຽດນາມ - ảnh 1ຜ່ານໄລຍະທາງ 58 ປີ ແຫ່່ງການສ້າງຕັ້ງ ແລະ ເຕີບໃຫຍ່,ຖານະບົດບາດຂອງຂະແໜງການທ່ອງທ່ຽວຂອງຫວຽດນາມ ນັບມື້ນັບໄດ້ຮັບການຢັ້ງຢືນ. 

(ພາບ:laodong.vn)

 ຕອນຄໍ່າວັນທີ 9 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ໄດ້ເຂົ້າຮ່ວມພິທີເຊີດຊູວິສາຫະກິດການທ່ອງທ່ຽວແຖວໜ້າຂອງຫວຽດນາມ ແລະ ມອບລາງວັນ ທ່ອງທ່ຽວຫວຽດນາມ ປິ 2018, ເນື່ອງໃນໂອກາດ ສະເຫຼີມສະຫຼອງ 58 ປີ ແຫ່ງວັນສ້າງຕັ້ງຂະແໜງການທ່ອງທ່ຽວຫວຽດນາມ (9/7/1960 – 9/7/2018). ຜ່ານໄລຍະທາງ 58 ປີ ແຫ່່ງການສ້າງຕັ້ງ ແລະ ເຕີບໃຫຍ່,ຖານະບົດບາດຂອງຂະແໜງການທ່ອງທ່ຽວຂອງຫວຽດນາມ ນັບມື້ນັບໄດ້ຮັບການຢັ້ງຢືນ. ໃນ 03  ປີ ມໍ່ໆມານີ້, ຂະແໜງການທ່ອງທ່ຽວບັນລຸໄດ້ລະດັບເຕີບໂຕເຖິງ 30% ເຊິ່ງສະແດງໃຫ້ເຫັນບົດບາດຂອງການປະກອບສ່ວນນັບມື້ນັບມີປະສິດທິຜົນເຂົ້າໃນການເຕີບໂຕ GDP ຂອງທັງປະເທດ. ສໍາລັບປີ 2018, ຂະແໜງການທ່ອງທ່ຽວຂອງຫວຽດນາມ ຕັດສິນໃຈ ຈະບັນລຸຄາດໝາຍ ຕ້ອນຮັບແຂກທ່ອງທ່ຽວສາກົນ 16 ລ້ານເທື່ອຄົນ ແລະ ແຂກທ່ອງທ່ຽວພາຍໃນປະເທດ 82 ລ້ານເທື່ອຄົນ.

        ແລະກໍໃນພິທີ, ຄະນະຈັດຕັ້ງໄດ້ມອບລາງວັນການເສັງຂຽນ ກ່ຽວກັບ “ຫວຽດນາມ - ຄວາມງາມບໍ່ມີບ່ອນສິ້ນສຸດ”  ເຊິ່ງໄດ້ຮັບບົດຂຽນ ຈໍານວນກວ່າ 400 ບົດ ຈາກຜູ້ຂຽນ ເຊິ່ງແມ່ນຊາວຫວຽດນາມອາໄສຢູ່ຕ່າງປະເທດ, ແຂກທ່ອງທ່ຽວສາກົນ, ຄົນຕ່າງປະເທດທີ່ດໍາລົງຊີວິດຢູ່ຫວຽດນາມ ເຂົ້າຮ່ວມ.


 

ຕອບກັບ

ຂ່າວ/ບົດ​ອື່ນ