ທ່ານ​​ຮອງນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫວຽດ​ນາມ ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ປະ​ຈຳ​ປີ ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ

(VOVWORLD) -  ໂດຍຕອບສະໜອງຕາມຄຳເຊີນຂອງທ່ານສາດສະດາຈານ Klaus Schwab, ຜູ້ກໍ່ຕັ້ງ ແລະ ປະທານບໍລິຫານເວທີປາໄສເສດຖະກິດໂລກ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງທ໊າຍ ຈະເຂົ້າຮ່ວມກອງປະຊຸມປະຈຳປີຄັ້ງທີ 52 ຂອງເວທີປາໄສເສດຖະກິດໂລກແຕ່ວັນທີ 23 - 24 ພຶດສະພາ ຢູ່ Davos, ປະເທດ ສະວິດ.

ຕາມທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ຄຽງຂ້າງ ສປຊ, ອົງການການຄ້າໂລກ (WTO) ແລະ ອົງການສາກົນອື່ນຢູ່ Geneva (ສະວິດ), ເລື່ອງທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ເຂົ້າຮ່ວມກອງປະຊຸມປະຈຳປີ ເວທີປາໄສເສດຖະກິດ ໂລກ (WEF) ປີ 2022 ຢູ່ Davos, ປະເທດສະວິດ ໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງ ຫວຽດນາມໃນການຮ່ວມແຮງຮ່ວມໃຈກັບປະຊາຄົມສາກົນ ແກ້ໄຂບັນຫາທົ່ວໂລກ.

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມ WEF 2022, ທ່ານ ເລມິງຄ໊າຍ ຈະເຮັດວຽກກັບປະທານ WEF Borge Brende ກ່ຽວກັບເລື່ອງສືບຕໍ່ຊຸກຍູ້ການຮ່ວມມື ລະຫວ່າງ ຫວຽດນາມ ແລະ WEF, ປຶກສາຫາລື ເພື່ອມຸ່ງໄປເຖິງການລົງນາມ ຂໍ້ຕົກລົງຮ່ວມມື ລະຫວ່າງ ຫວຽດນາມ ແລະ WEF ບົນພື້ນຖານການສະເໜນີຂອງ ປະທານກໍ່ຕັ້ງ WEF, ສ້າງກອບໃຫ້ແກ່ລາຍການ, ການເຄື່ອນໄຫວຮ່ວມມືໃນໄລຍະຈະມາເຖິງ ລະຫວ່າງ ຫວຽດນາມ ແລະ WEF ກໍ່ຄືຕາໜ່າງກຸ່ມບໍລິສັດໃຫຍ່ສາກົນ ທີ່ເປັນສາມະຊິກຂອງ WEF ຜ່ານນັ້ນແມ່ນຊ່ວຍຫວຽດນາມ ຜັນຂະຫຍາຍການປະຕິບັດຍຸດທະສາດ ພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ໄລຍະ ແຕ່ປີ 2021 – 2025 ແລະ ມຸ່ງໄປເຖິງ ປີ 2030 ໃຫ້ປະສົບຜົນສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ