ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ລົງເຄື່ອນໄຫວກວດກາການຜະລິດຢູ່ນາມດິ້ນ

ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ລົງເຄື່ອນໄຫວກວດກາການຜະລິດຢູ່ນາມດິ້ນ - ảnh 1
ພາບປະກອບ

vovworld) – ວັນ​ທີ 12/2, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ​ໄດ້​ໄປ​ຢ້ຽມຢາມ, ອວຍພອນ​ປີ​ໃໝ່ ​ແລ​ະ ກ​ວດກາ​ສະພາບ​ການ​ຜະລິດ​ກະ​ສີ​ກຳ​ລະດູ​ໜາວ​ຕໍ່​ລະດູບານ​ໃໝ່ ກໍ່​ຄື​ວຽກ​ງານ​ຄຸ້ມ​ຄອງ​ຄັນ​ຄູຢູ່​ແຂວງ​ນາມ​ດິ້ນ. ​​ເມື່ອໄປ​ຢ້ຽມຢາມ ​ແລະ ອວຍພອນ​ປີ​ໃໝ່​ຊາວ​ກະ​ສີກ​ອນທີ່​ພວມ​ທຳ​ການ​ຜະລິດ​ລະດູ​ໜາວ ຕໍ່​ລະດູບານ​ໃໝ່ ຢູ່​ຕາ​ແສງ​ຊວນ​ນິນ, ​ເມືອງ​ຊວນ​ເຈື່ອງ ​ແລະ ຕາ​ແສງ​ຫາ​ຍຮ່າ, ​ເມືອງ​ຫາຍ​ເຮົ້າ, ​ແຂວງ​ນາມ​ດິ້ນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ​ຢືນຢັນ​ວ່າ, ພັກ ​ແລະ ລັດ ​ໄດ້ ​ແລະ ພວມ​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ການ​ຜະລິດ​ກະ​ສີ​ກຳ ດ້ວຍ​ຫຼາຍ​ນະ​ໂຍບາຍ​ໜູນ​ຊ່ວຍ​ຊາວ​ກະ​ສີກ​ອນທຳ​ການ​ຜະລິດ.

ທີ່​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ນາມ​ດິ້ນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ຕີ​ລາຄາ​ສູງ​ໝາກຜົນ​ເຊິ່ງນາມ​ດີ້ນ ຍາດ​ມາ​ໄດ້​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ທ່ານ​ຮຽກຮ້ອງ​ໃຫ້​ແຂວງ​ນາມ​ດິ້ນ ຈົ່ງ​ມີ​ການ​ກະກຽມ​ດີກ​ວ່າ​ອີກ ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໃນ​ປີ​ນີ້, ​ເອົາ​ໃຈ​ໃສ່​ເຖິງ​ແນວ​ພັນ​ເຂົ້າ​ທີ່​ມີ​ຄຸນ​ນະພາ​ບ ​ແລະ ​ໃຫ້​ມູນ​ຄ່າ​ສູງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ກໍ່​ສະ​ເໜີ​ໃຫ້​ກະຊວງ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ​ໜູນ​ຊ່ວຍ​ດ້ານ​ທຶນຮອນໃຫ້​ແກ່​ການ​ພັດທະນາ​ທົ່ງ​ນາ​​ໃຫຍ່ທີ່​ເປັນ​ແບບຢ່າງ, ​ແລະ ຮຽກຮ້ອງ​ໃຫ້​ກະຊວງ, ຂະ​ແໜງ​ທີ່​ກ່ຽວຂ້ອງ​ ພິຈາລະນາ​ຄືນ​ບັນຫາ​ປະກັນ​ໄພ​ກະ​ສີ​ກຳ, ຕາມ​ທິດ​ສ້າງ​ເງື່ອນ​ໄຂ​ສະດວກ​ກວ່າ​ອີກ​ໃຫ້​ແກ່​ຊາວ​ກະ​ສີກ​ອນ.

 

ຂ່າວ/ບົດ​ອື່ນ