ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ປະຊຸມຢູ່ກອງບັນຊາການແນວໜ້າ ເພື່ອຜັນຂະຫຍາຍການຮັບມືກັບພາຍຸ Kalmaegi ໂດຍດ່ວນ
(VOVWORLD) - ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ, ຮອງຫົວໜ້າຜູ້ປະຈຳການຄະນະຊີ້ນຳການປ້ອງກັນພົນລະເຮືອນແຫ່ງຊາດ ເປັນປະທານກອງປະຊຸມຜັນຂະຫຍາຍບັນດາມາດຕະການຮັບມືກັບພາຍຸ Kalmaegi (ພາຍຸຫົວທີ 13) ແບບເຊິ່ງໜ້າສົມທົບທາງໄກ.
ກອງປະຊຸມ ຂອງກອງບັນຊາການແນວໜ້າກ່ຽວກັບວຽກງານປ້ອງກັນ, ຕ້ານ ແລະ ຮັບມືກັບພາຍຸ Kalmaegi
(ພາບ: VGP)
|
ຕອນເຊົ້າວັນທີ 06 ພະຈິກ, ຢູ່ກອງບັນຊາການແນວໜ້າຢູ່ ກອງບັນຊາການທະຫານແຂວງ ຢາລາຍ, ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ, ຮອງຫົວໜ້າຜູ້ປະຈຳການຄະນະຊີ້ນຳການປ້ອງກັນພົນລະເຮືອນແຫ່ງຊາດ ເປັນປະທານກອງປະຊຸມຜັນຂະຫຍາຍບັນດາມາດຕະການຮັບມືກັບພາຍຸ Kalmaegi (ພາຍຸຫົວທີ 13) ແບບເຊິ່ງໜ້າສົມທົບທາງໄກ. ກ່ອນໜ້ານັ້ນ, ໃນວັນທີ 5 ພະຈິກ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ມີໂທລະເລກທາງການຮຽກຮ້ອງໃຫ້ປະທານຄະນະກຳມະການປະຊາຊົນ ແຂວງ, ນະຄອນ - ຫົວໜ້າກອງບັນຊາການປ້ອງກັນພົນລະເຮືອນຂັ້ນແຂວງ ຊີ້ນຳການສຳຫຼວດກວດກາ, ສ້າງ, ບູລະນະ, ໃຫ້ສັດຕະຍາບັນແຜນການຮັບມືກັບພາຍຸ Kalmaegi ໃນບໍລິເວນ, ໃນນັ້ນ ຢັ້ງຢືນລະອຽດບັນດາກໍລະນີເກີດໄພທຳມະຊາດ, ບັນດາເຫດທີ່ອາດສາມາດເກີດຂຶ້ນ, ບັນດາເຂດຈຸດສຸມສຳຄັນ.