ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ໂຮນ​ລັງ

(VOVWORLD) - ການນຳສອງທ່ານໄດ້ຢັ້ງຢືນຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນແລະກັນຢູ່ເວທີປາໄສຫຼາຍຝ່າຍ ແລະ ບັນດາອົງການຈັດຕັ້ງສາກົນ.
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ໂຮນ​ລັງ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ແລະ ທ່ານນາງຮອງນາຍົກລັດຖະມົນຕີ ໂຮນລັງ Carola Schouten (ພາບ: VGP)

ໃນຂອບເຂດການເດີນທາງໄປປະຕິບັດງານຢູ່ໂຮນລັງ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 8 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ ໂຮນລັງ ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຄວບຄຸມແຫຼ່ງນ້ຳ, ວັນທີ 26 ມິຖຸນາ, ຢູ່ La Hay ທ່ານນາງຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ມີການເຈລະຈາກັບທ່ານນາງຮອງນາຍົກລັດຖະມົນຕີ ໂຮນລັງ Carola Schouten.

ເມື່ອແລກປ່ຽນກ່ຽວກັບການພົວພັນສອງຝ່າຍ, ການນຳສອງທ່ານໄດ້ຢັ້ງຢືນຄວາມຕັດສິນໃຈນຳການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ໂຮນລັງເຂົ້າສູ່ລວງເລິກ, ມີປະສິດທິຜົນ, ສົມກັບຄວາມສາມາດບົ່ມຊ້ອນ ແລະ ຄວາມປາດຖະໜາຂອງການນຳ ແລະ ປະຊາຊົນສອງປະເທດ. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ  ສະເໜີວ່າ ໂຮນລັງ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - EU (EVIPA) ໂດຍໄວ ແລະ ສະໜັບສະໜູນຄະນະກຳມະການເອີລົບ (EC) ຍົກເລີກບັດເຫຼືອງ IUU ຕໍ່ການສົ່ງອອກສິນໃນນ້ຳຂອງ ຫວຽດນາມ ໂດຍໄວ, ສະເໜີໃຫ້ໂຮນລັງຊຸກຍູ້ການຮ່ວມມືກັບ ຫວຽດນາມ ບໍ່ພຽງແຕ່ໃນຂົງເຂດການເມືອງ, ເສດຖະກິດເທົ່ານັ້ນ ຫາກຍັງກ່ຽວກັບວັດທະນະທຳສັງຄົມ, ປະກັນໄພສັງຄົມ, ປົກປ້ອງ, ເບິ່ງແຍງດູແລ, ການສຶກສາສຳລັບເດັກນ້ອຍ, ຄວາມສະເໝີພາບລະຫວ່າງ ຍິງຊາຍ, ພັດທະນາແຫຼ່ງບຸກຄະລາກອນ…

ສ່ວນທ່ານນາງຮອງນາຍົກລັດຖະມົນຕີ ໂຮນລັງ ຫວັງວ່າ ຫວຽດນາມ ຈະສະໜັບສະໜູນ Amsterdam ເພີ່ມທະວີການພົວພັນກັບ ອາຊຽນ. ການນຳສອງທ່ານໄດ້ຢັ້ງຢືນຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນແລະກັນຢູ່ເວທີປາໄສຫຼາຍຝ່າຍ ແລະ ບັນດາອົງການຈັດຕັ້ງສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ